ສາລະໜ້າຮູ້

ວິທີ​ຜ່ອນຄາຍ​ຄວາມ​ເມື່ອຍ ຈາ​ກການ​ເຮັດ​ວຽກຢູ່ໜ້າຈໍ​ຄອມພິວ​ເຕີ

ທ່າ​ທີ 1: ນັ່ງ​ເຮັດ​ໃຫ້ຫຼັງຊື່ ​ແລ້ວ​ອ່ຽງຄໍ​ໄປ​ດ້ານ​ໃດ​ດ້ານໜຶ່ງຊ້າໆ ຄື: ອ່ຽງຄໍ​ໄປ​ດ້ານ​ຊ້າຍ ​ແລ້ວ​ກໍ​ອ່ຽງ​ໄປ​ດ້ານ​ຂວາ ​ເຮັດ​ສະຫຼັບກັນ​ດ້ານ​ລະ 10 ວິນາທີ ກ່ອນ​ຈະ​ອ່ຽງຄໍ​ກັບ​ສູ່​ທ່າ​ເລີ່​ມຕົ້ນ.

ທ່າ​ທີ 2: ນັ່ງ​ເຮັດຫຼັງຊື່ ຈາກ​ນັ້ນ​ໃຫ້​ຫັນ​ຫົວ​ໄປ​ດ້ານ​ໃດ​ດ້ານໜຶ່ງຊ້າໆ ​ເມື່ອ​ຮູ້ສຶກ​ຕຶງ​ທີ່​ບ່າ ​ແລະ ຄໍ​ໃຫ້​ຢຸດ​ຄ້າງ​ໄວ້ 10 ວິນາທີ ກ່ອນ​ຫັນ​ຫົວ​ກັບ​ມາ​ໃນ​ທ່າ​ເກົ່າ. ຖ້າ​ຫາກ​ວ່າ​ໃນ​ລະຫວ່າງ​ການ​ເຮັດ ຮູ້ສຶກ​ວ່າ​ວິນ​ຫົວ​ໃຫ້​ພັກ 5 ວິນາທີ ກ່ອນ​ເຮັດ​ທ່ານັ້ນອີກ​ຄັ້ງ, ຖ້າ​ຫາກ​ມີ​ອາການ​ອີກ ​ແນະນຳ​ໃຫ້​ໄປ​ປຶກສາ​​ແພດ.

ທ່າ​ທີ 3: ນັ່ງເຮັດຫຼັງຊື່ ຍົກບ່າຂຶ້ນດ້ານເທິງຄ້າງໄວ້ 5 ວິນາທີ ແລ້ວປ່ອຍບ່າລົງ ຈະຮູ້ສຶກວ່າກ້າມເນື້ອບໍລິເວນບ່າຜ່ອນຄາຍ ໂດຍໃຫ້ເຮັດຊ້ຳກັນ 3-5 ເທື່ອ ສະຫຼັບປ່ຽນໄປ-ມາ.

ທ່າທີ 4: ຢຽດແຂນຂວາອອກໄປດ້ານໜ້າ ປິ່ນຝາມືອອກນອກລຳຕົວ. ຈາກນັ້ນ, ໃຊ້ມືຊ້າຍດັນ ຫຼື ດັດນິ້ວມືຂວາ ໃຫ້ໂຄ້ງເຂົ້າຫາລຳຕົວ ທ່ານີ້ຈະເຮັດໃຫ້ແຂນສອກຕຶງ ແລະ ມີອາການຜ່ອນຄາຍ, ໃຫ້ເຮັດຄ້າງໄວ້ປະມານ 10 ວິນາທີ ແລະ ສະລັບອີກຂ້າງ. ແຕ່ຫາກເຮັດແລ້ວມີອາການມຶນຊາທີ່ມື ໃຫ້ຢຸດພັກ 5 ນາທີ ແລ້ວລອງເຮັດອີກ.

ທ່າທີ 5: ນວດຝາມືຊ້າຍດ້ວຍນິ້ວໂປ້ຂວາ ໂດຍການກົດລົງໄປເທິງຝາມື ແລ້ວໝູນນິ້ວໂປ້ເປັນວົງມົນ 3 ຮອບ. ຈາກນັ້ນ, ເລື່ອນນິ້ວໂປ້ ໄປຈຸດອື່ນໆ ເທິງຝາມື ຈົນທົ່ວຝາມື ແລ້ວສະລັບໄປເຮັດອີກຂ້າງໜຶ່ງ ດ້ວຍວິທີດຽວກັນ ແຕ່ຄວນລະວັງ ຢ່າໃຫ້ກາຍເປັນການຖູ.

ທ່າທີ 6: ໃຊ້ມືຂວາດຶງນິ້ວໂປ້ຊ້າຍເຂົ້າຫາໂຕ ຈົນຮູ້ສຶກຕຶງບໍລິເວນອົ້ງມື ແລະ ຂໍ້ນິ້ວໂປ້ ໃຫ້ກົດຄ້າງໄວ້ໃນທ່ານັ້ນ 5 ວິນາທີ ກ່ອນຈະປ່ຽນໄປເຮັດອີກຂ້າງໜຶ່ງ.

ທ່າທີ 7: ເປັນການບໍລິຫານທັງ 2 ມືພ້ອມກັນ  ໂດຍເລີ່ມຈາກການກຳໃຫ້ແໜ້ນທີ່ສຸດ ຄ້າງໄວ້ 5 ວິ ນາທີ ແລ້ວປ່ອຍອອກຊ້າໆ ພ້ອມກາງນິ້ວໃຫ້ຫຼາຍທີ່ສຸດຄ້າງໄວ້ 5 ວິນາທີ ແລ້ວກັບມາຢູ່ໃນທ່າປົກກະຕິ. ຈາກນັ້ນ, ໃຫ້ເຮັດຊ້ຳອີກ 2-3 ເທື່ອ ຈະຊ່ວຍໃຫ້ຜ່ອນຄາຍບໍລິເວນຝາມື.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button