ກຸ່ມບໍລິສັດ Prince Holding Group ກຳປູເຈຍ ມອບເງິນປະກອບສ່ວນ 1 ລ້ານໂດລາສະຫະລັດ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ ສປປ ລາວ
ໃນວັນທີ 30 ຕຸລາ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງພະນົມເປັນ, ໄດ້ມີພິທີມອບ-ຮັບ ເງິນຈຳນວນ 1 ລ້ານໂດລາສະຫະລັດ ຈາກກຸ່ມບໍລິສັດ Prince Holding Group ໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ.
ຕາງໜ້າມອບໃນຄັ້ງນີ້ໂດຍ ທ່ານ ເຊນ ສີ, ປະທານກຸ່ມບໍລິສັດ Prince Holding Group ແລະ ຕາງໜ້າຮັບໂດຍ ທ່ານ ອຳໄພ ກິນດາວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ, ມີພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ອໍາໄພ ກິນດາວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງກຸ່ມບໍລິສັດ Prince Holding Group
ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ, ນໍ້າໃຈຈາກກຸ່ມບໍລິສັດ ພ້ອມທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມ ມາແຕ່ບູຮານ ນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດລາວ ແລະ ກຳປູເຈຍ ທີ່ນັບມື້ ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ກຸ່ມບໍລິສັດ Prince Holding Group ເປັນໜຶ່ງໃນບັນດາກຸ່ມບໍລິສັດທີ່ໃຫຍ່ທີ່ສຸດໃນກຳປູເຈຍ, ບໍລິສັດດັ່ງກ່າວໄດ້ດຳເນີນທຸລະກິດຫຼັກ 3 ດ້ານ ຄື:
ການພັດທະນາອະສັງຫາລິມະຊັບ (Real estate development), ການບໍລິການດ້ານການເງິນ (Financial services) ແລະ ການໃຫ້ບໍລິການຜູ້ບໍລິໂພກ (Consumer services).ຂ່າວ: Lao National Radio
