ສາລະໜ້າຮູ້

ຜັກຂະແຍງ ມີສັບພະຄຸນລົ້ນເຫຼືອ !

ຜັກຂະແຍງ ຫລືອະສຸ່ຍຝູໂຫຍງ ທີ່ຄົນຈີນນິຍົມເອີ້ນ ເປັນພັນໄມ້ລົ້ມລຸກຈັດຢູ່ໃນວົງທຽນເກັດຫອຍ ມັກພົບເຫັນທົ່ວໄປໃນນາເຂົ້າຫລືຄັນນາບໍລິເວນທີ່ມີນ້ຳຂັງນ້ອຍໆ.

ລັກສະນະລຳຕົ້ນກົມກວງແລະເປັນຂໍ້ໆ ສູງປະມານ 30-70 ເຊັນຕິແມັດ ລຳຕົ້ນທອດເລື້ອຍ ຜິວກ້ຽງ ເມື່ອນຳມາຫັກຈະມີກິ່ນຫອມສຸນແລະເຜັດຮ້ອນ.

ອອກດອກແລະຕິດໃນຊ່ວງປະມານເດືອນ ມີນາ – ກັນຍາ ໃບເປັນໃບດຽວ ອອກລຽງກົງກັນຂ້າມກັນເປັນຄູ່ໆ ໄປຕາມຂໍ້ທຸກຂໍ້ຕະຫລອດລຳຕົ້ນຮູບໃບຫອກ ປາຍໃບແຫຼມ ໃບຫໍ່ຕິດກັບລຳຕົ້ນ ໃບມີຂະໜາດກວ້າງປະມານ 3 – 15 ມິນລິແມັດ ແລະ ຍາວປະມານ 1 – 5 ເຊັນຕິແມັດ ແຜ່ນໃບເປັນສີຂຽວ ເສັ້ນໃບເປັນແບບຂົນນົກ ບໍ່ມີກ້ານໃບ.

ອອກດອກດຽວຕາມຊອກໃບ ລັກສະນະຂອງດອກເປັນຮູບກວຍ ຍາວປະມານ 0.5 ນິ້ວ ແຍກອອກເປັນກີບ 4 ກີບ ມີລົດເຜັດຮ້ອນ ກິ່ນຫອມສຸນ ຊ່ວຍເຮັດໃຫ້ກິນອາຫານໄດ້ຫຼາຍ ຫຼຸດອາການເບື່ອອາຫານ ເປັນຢາພື້ນບ້ານປ້ອງກັນເສັ້ນເລືອດຕີບຕັນແລະຮ້ອນໃນ ຂະຫຍາຍພັນໂດຍໃຊ້ເມັດ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button