ໜ້າອັດສະຈັນ ! ນ້ຳໃບໝາກຫຸ່ງສາມາດຮັກສາໄຂ້ເລືອດອອກໄດ້.

ໄຂ້ເລືອດອອກ ເກີດຈາກເຊື້ອໄວຣັສທີ່ຮ້າຍແຮງ ສາມາດແພ່ກະຈາຍໂດຍໂຕຍຸງ ເຊິ່ງເປັນອັນຕະລາຍເຖິງຊີວິດໄດ້. ຫຼາຍໆຄົນຄົງມີຄວາມສົງໃສວ່າເປັນຫຍັງ ໃບໝາກຫຸ່ງ ຈຶ່ງສາມາດຮັກສາພະຍາດໄຂ້ເລືອດອອກໄດ້ ເຊິ່ງເຫດຜົນຫຼັກໆກໍ່ຍ້ອນວ່າໃນໃບໝາກຫຸ່ງມີສັບພະຄຸນເຕັມໄປດ້ວຍເອັນໄຊທີ່ມີປະສິດທິພາບເຊັ່ນ: ພາເພອິນ ແລະ ປາເປນ ເຊິ່ງເປັນສ່ວນສຳຄັນໃນການເພີ່ມເກັດເລືອດ ນອກຈາກນີ້ເອັນໄຊໃນໃບໝາກຫຸ່ງຍັງມີວິຕາມິນຫຼາຍປະເພດເປັນຕົ້ນແມ່ນ: ມີຄາໂບໄຮເດຣດ, ເຫຼັກ, ແຄລຊຽມ, ໂປຣຕິນ ແລະ ຟອສຟໍຣັສ. ການຮັກສາໄຂ້ເລືອດອອກຈາກໃບໝາກຫຸ່ງ ຕ້ອງເອົາສະເພາະໃບໝາກຫຸ່ງດິບເທົ່ານັ້ນ ແລະ ເຮັດຕາມຂັ້ນຕອນດັ່ງນີ້:

– ສ່ວນປະກອບທີ່ຕ້ອງກຽມ.

– ໃບໝາກຫຸ່ງດິບ 3 ໃບ

– ນ້ຳໝາກໄມ້ (ເລືອກຕາມຄວາມມັກ) 2 ບ່ວງແກງ

ວິທີເຮັດ :

ນຳເອົາໃບໝາກຫຸ່ງດິບລ້າງໃຫ້ສະອາດ ໃສ່ລົງໄປໃນເຄື່ອງປັ່ນປະສົມໃຫ້ເຂົ້າກັນຈົນໜຽວດີ
ຫຼັງຈາກນັ້ນ ນຳມາປະສົມກັບນ້ຳໝາກໄມ້ທີ່ກຽມໄວ້ໃຫ້ເຂົ້າກັນ ແລ້ວດື່ມສ່ວນປະສົມນັ້ນທັນທີ. ຄວນດື່ມ 2 ຄັ້ງຕໍ່ມື້ ເປັນເວລາ 1 ອາທິດ ອາການຂອງໄຂ້ເລືອດອອກຈະບັນເທົາລົງ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *