ເກີດເຫດ ນົກອ້ຽງບີນຈັບເຮືອນຟີວ 22KV ເຮັດໃຫ້ໄຟຊອ໊ດນົກອ້ຽງ ແລະ ເຮືອນຟິວໄດ້ຮັບຄວາມເສຍຫາຍ ຫັກ2ເຮືອນ

ໃນຕອນເຊົ້າວັນທີ 7 ຕຸລາ 2021 ເວລາ 8:30 ໄດ້ມີນົກອ້ຽງບີນຈັບເຮືອນຟີວ 22KV ເຮັດໃຫ້ໄຟຊອ໊ດນົກອ້ຽງ ແລະ ເຮືອນຟິວໄດ້ຮັບຄວາມເສຍຫາຍ ຫັກ2ເຮືອນ ເຊິ່ງຈຸດເກີດເຫດແມ່ນ ຢູ່ສາມແຍກ ບ້ານນາຄຳ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ.

ພໍໄດ້ຮັບແຈ້ງເຫດ ຈາກສາຍດວ່ນ 1199 ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ1 ຫ້ອງການສ້ອມແປງໄຟຟ້າສຸກເສີນ

ຫນ່ວຍງານປະຈຳເມືອງສີໂຄດກໍ່ໄດ້ອອກສ້ອມແປງປ່ຽນຖ່າຍອຸປະກອນທັນທີ ເຊິ່ງປ່ຽນເຮືອນຟິວ ຊຸດໃຫມ່2ຊຸດ ແລະ ສຳເລັດໃຊ້ເວລາ 30 ນາທີ.​

ທ່ານສາມາດແຈ້ງເຫດກ່ຽວກັບໄຟຟ້າຂັດຂ້ອງໄດ້ທີ່ ສາຍດວ່ນ ໄຟຟ້າລາວ ທີ່ເບີ1199 ໄດ້ຕະຫລອດ 24 ຊົ່ວໂມງ.

ທີ່ມາ

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *