ຂ້ອຍເປັນອາສາສະໝັກ ຮັບໃຊ້ວຽກງານພັກລັດມາ10ປີ ບໍ່ໄດ້ໂຕເລກເລີຍ ບໍ່ມີເງິນເດືອນ ອົດທຸກອົດຍາກ ລຳບາກແສນເຂັນ ຢາກເປັນພະນັກງານກະບໍ່ມີສິດໄດ້ເປັນ ເພາະພໍ່ແມ່ຍາດພີ່ນ້ອງຂ້ອຍເປັນຊາວນາ ບໍ່ມີໜ້າຕາໃນສັງຄົມ.
ໂຕເລກອອກມາຍາມໃດ ຄົນທີ່ໄດ້ກະມີແຕ່ລູກເຈົ້າຫຼານນາຍ ຄັນຂ້ອຍຢາກໄດ້ ເຂົາວ່າເອົາມາ1ລ້ານບາດ ຂ້ອຍແນມເບິ່ງສົ້ງເສື້ອພໍ່ຂ້ອຍກະຂາດ ບໍ່ມີດອກລ້ານບາດ ລ້ານກີບຂ້ອຍຍັງຫາໄດ້ປີລະເທື່ອສອງເທື່ອ ເຫຼືອຢູ່ຖົງຕອນນີ້ ມີປະມານ4-5ສິບພັນກີບ
ຊ່ວງນີ້ກະກິນໜໍ່ໄມ້ຈໍ້າແຈ່ວມາຫຼາຍເດືອນແລ້ວ ອີກ2ປີອາຍຸຂ້ອຍກະຊິກາຍ35 ເພິ່ນວ່າໝົດສິດ ເສຍດາຍເວລາຊີວິດ ຮູ້ແນວນີ້ ອອກໂຮງຮຽນຕັ້ງແຕ່ຕອນມໍ1 ຫາປູກຝັງລ້ຽງສັດ ຄືຊິມີໄຮ່ນາຕາກ້າໝູໝາງົວຄວາຍເຕັມຄອກແລ້ວ.
ພໍ່ແມ່ສົ່ງເສີມ ອົດມື້ກິນມື້ ເພື່ອໃຫ້ລູກໄດ້ຮຽນຈົບ ຮອດມະຫາວິທະຍາໄລ ສຸດທ້າຍຖືໃບປະກາດປະລິນຍາຕີ ກັບມາເຮັດນານຳພໍ່ແມ່ພີ່ນ້ອງຕະກຸນຂີ້ຂ້ານີ້ຄືເກົ່າ…
ທີ່ມາ

