ຈາກການຖະແຫຼ່ງຂ່າວໂຄວິດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 09 ຕຸລາ 2021 ພົບວ່າມີຜູ້ຕິດເຊື້ອໂຄວິິດເພີ່ມໃໝ່ 425 ຄົນ ຊົມຊຸນ 419 ຄົນ ຕິດເຊື້ອສະສົມ 28,032 ຄົນ ລາຍລະອຽດແຕ່ລະແຂວງ ລຸ່ມນີ້:

ນະຄອນຫຼວງ 278 ຄົນ (ນຳເຂົ້າ 5 ຊຸມຊົນ 273 ຄົນ) ບໍ່ແກ້ວ 18 ຄົນ (ຊຸມຊົນ) ຫຼວງພະບາງ 51 ຄົນ (ຊຸມຊົນ) ແຂວງວຽງຈັນ 19 ຄົນ (ຊຸມຊົນ) ຫຼວງນ້ຳທາ 7 ຄົນ (ຊຸມຊົນ) ຊຽງຂວາງ 2 ຄົນ (ຊຸມຊົນ) ບໍລິຄໍາໄຊ 13 ຄົນ (ຊຸມຊົນ)
ຄຳມ່ວນ 6 ຄົນ (ຊຸມຊົນ) ສາລະວັນ 3 ຄົນ (ຊຸມຊົນ) ສະຫວັນນະເຂດ 21 ຄົນ(ນໍາເຂົ້າ 1 ຊຸມຊົນ 20 ຄົນ) ຈຳປາສັກ 7 ຄົນ(ຊຸມຊົນ)
ເສຍຊິວິດໃໝ່ 2 ຄົນ ເສຍຊີວິດສະສົມ 26 ຄົນ

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງຊາວລາວທຸກຄົນຈົງມີສະຕິລະວັງຕົວ ແລະ ມີມາດຕະການປ້ອງກັນໂຄວິດ 19 ໃຫ້ເຂັ້ມງວດ
