ມີການແຊຣຂໍ້ມູນໃນອິນເຕີເນັດວ່າ ຖ້າຫາກອາບນໍ້າໂດຍຖອກນໍ້າຈາກຫົວກ່ອນຈະສ່ຽງເສັ້ນເລືອດໃນສະໝອງແຕກເພາະການຖອກນໍ້າໃສ່ຫົວຈະເຮັດໃຫ້ເລືອດໄຫຼວຽນຂຶ້ນໄປສູ່ສະໝອງຢ່າງວ່ອງໄວ
ຈົນເຮັດໃຫ້ເກີດອາການເສັ້ນເລືອດໃນສະໝອງແຕກໄດ້ ແຕ່ຄວາມຈິງແລ້ວປັດໄຈສ່ຽງໃນການເກີດເສັ້ນເລືອດໃນສະໝອງແຕກບໍ່ກ່ຽວກັບການໄຫຼວຽນຂອງເລືອດໃນລັກສະນະແບບນີ້ ແລະ ການຖອກ ນໍ້າທີ່ຫົວກ່ອນກໍບໍ່ໄດ້ເຮັດໃຫ້ເລືອດໄຫຼວຽນວ່ອງໄວຢ່າງທີ່ເຮົາເວົ້າໄວ້ ເພາະອຸນຫະພູມຂອງນໍ້າທີ່ເຮົາ ໃຊ້ອາບມັນບໍ່ໄດ້ຮ້ອນ ຫຼື ເຢັນຫຼາຍ ແລະ ເຖິງຈະມີອຸນຫະພູມທີ່ເຢັນຫຼາຍ ຫຼື ຮ້ອນແທ້ໆ ກໍບໍ່ກ່ຽວກັບອາການເສັ້ນເລືອດໃນສະໝອງແຕກອີກ.
ໂລກເສັ້ນເລືອດໃນສະໝອງແຕກມີສາເຫດມາຈາກຫຍັງ?
ໂລກເສັ້ນເລືອດແຕກໃນສະໝອງມີສາເຫດມາຈາກຄວາມຜິດປົກກະຕິຂອງຫຼອດເລືອດໃນສະໝອງ ທີ່ເຮັດໃຫ້ສະໝອງຢູ່ໃນພາວະຂາດເລືອດ ໂດຍອາດເກີດຈາກການທີ່ຫຼອດເລືອດສະໝອງຕີບ ຫຼື ອຸດຕັນຈາກການທີ່ມີເລືອດກ້າມຂະໜາດໃຫຍ່ ຫຼື ໄຂມັນທີ່ສະສົມ ເປັນເວລາດົນເຂົ້າໄປຂວາງການໄຫຼວຽນຂອງເລືອດທີ່ຈະເຂົ້າໄປລ້ຽງສະໝອງ.