ຕັ້ງຊື່ແລ້ວ! ຂະບວນລົດໂດຍສານສາຍດ່ວນ ຂະບວນລ້ານຊ້າງ ແລະ ຂະບວນແຄນລາວ
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ວ່າ: ຈາກການຕົກລົງເຫັນດີຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຮອງການຕັ້ງຊື່ຂະບວນລົດໄຟໂດຍສານສາຍດ່ວນຂະບວນທໍາອິດ
ເພື່ອມາຮັບໃຊ້ການບໍລິການພາຍໃນປະເທດ ແລະ ສາກົນ ທີ່ຈະມາໃນກາງເດືອນ ຕຸລາ 2021 ຄື:
“ຂະບວນລ້ານຊ້າງ” ສໍາລັບຂະບວນລົດໄຟໂດຍສານສາຍດ່ວນ ທີ່ບໍລິສັດທາງລົດໄຟລາວ-ຈີນ ມີແຜນຈະຈັດຊື້ໃໝ່ໃນຕໍ່ໜ້າ
ອີກ 1 ຂະບວນນັ້ນ ແມ່ນເຫັນດີໃຫ້ຕັ້ງຊື່ເປັນ “ຂະບວນແຄນລາວ”
