ບອກກັບຕົວເອງ ໃນຍາມເຊົ້າແບບນີ້ ຊີວິດມີກຳລັງໃຈຂຶ້ນຫຼາຍ

ບອກກັບຕົວເອງ ໃນຍາມເຊົ້າແບບນີ້ ຊີວິດມີກຳລັງໃຈຂຶ້ນຫຼາຍ
ການເວົ້າກັບຕົວເອງໃນແງ່ບວກນັ້ນເປັນສິ່ງສຳຄັນ ເມື່ອມີການເຮັດຢ່າງຕໍ່ເນື່ອງ ແລະ ເຮັດຢ່າງຖືກຕ້ອງ
ຄຳເວົ້າໃນແງ່ດີທີ່ບອກກັບຕົວເອງນີ້ ຈະຊ່ວຍປ່ຽນລະບົບຄວາມຄິດຂອງເຈົ້າໃໝ່ ແລະ ຊ່ວຍປ້ອງກັນຄວາມຄິດແງ່ລົບໄດ້
ສ່ວນໃຫຍ່ຄົນເຮົາມັກເວົ້າກັບຈິດໃຕ້ສຳນຶກຂອງຕົວເອງ ດ້ວຍຄວາມຄິດໃນແງ່ລົບ ເຊິ່ງຈະນຳໄປສູ່ການ
ດູຖູກຕົວເອງ ການຕັດສິນໃຈທີ່ບໍ່ດີ ແລະ ມີທັດສະນະຄະຕິທີ່ບໍ່ດີຕາມມາດ້ວຍ ແຕ່ເຮົາສາມາດແກ້ໄຂໄດ້ດ້ວຍ
ວິທີທີ່ງ່າຍ ແລະ ຖືກຕ້ອງທີ່ສຸດ
ນັ້ນກໍຄືການເວົ້າລົມກັບຕົວເອງໃນແງ່ບວກນັ້ນເອງ ຄວາມສຳເລັດເປັນເລື່ອງພາຍໃນຈິດໃຈ ຫາກເຈົ້າ
ເຫັນຕົວເອງເປັນຄົນທີ່ປະສົບຄວາມສຳເລັດແບບໃດ ຄວາມຄິດຂອງເຈົ້າຈະປ່ຽນໃຫ້ເຈົ້າກາຍເປັນຄົນແບບນັ້ນ
ດັ່ງນັ້ນ ເຮົາຈຶ່ງໃຊ້ການເວົ້າລົມກັບຈິດໃຕ້ສຳນຶກໃນແງ່ບວກ ເພື່ອຊ່ວຍໃຫ້ເຮົາປະສົບຄວາມສຳເລັດ ອີກທັງ
ຍັງສາມາດເຮັດໃຫ້ເຮົາມີທັດສະນະຄະຕິທີ່ຖືກຕ້ອງ ແມ້ຢູ່ໃນສະຖານະການຍາກລຳບາກ ຄຳເວົ້າທີ່ດີແລະສ້າງ
ສັນ ຈະເປັນຈຸດເລີ່ມຕົ້ນໃຫ້ເຮົາມີຊີວິດທີ່ດີຂຶ້ນ
ດັ່ງນັ້ນ ເຮົາຄວນນຳຄຳເວົ້າແງ່ບວກ ມາໃຫ້ໃຫ້ເກີດປະໂຫຍດຕໍ່ຕົວເອງຫຼາຍທີ່ສຸດ ແລະ ນີ້ຄື 10
ປະໂຫຍດ ທີ່ເຮົາຄວນໃຊ້ເວົ້າກັບຕົວເອງເພື່ອຄວາມສຳເລັດ ປະໂຫຍດເຫຼົ່ານີ້ແຫຼະທີ່ຈະມາປ່ຽນຊີວິດຂອງເຈົ້າ
1. ຮ່າງກາຍຂອງຂ້ອຍແຂງແຮງ ຈິດໃຈຂອງຂ້ອຍຍອມຍ້ຽມ ຈິດວິນຍານຂອງຂ້ອຍສະຫງົບ
ຮ່າງກາຍຂອງເຮົາຈະແຂງແຮງໄດ້ນັ້ນ ຕ້ອງເລີ່ມຕົ້ນມາຈາກຈິດໃຈ ແລະ ວິນຍານທີ່ເຂັ້ມແຂງ ຫາກທັງ
ສອງຢ່າງນີ້ຕ້ອງທຸກຈາກອາລົມໃນດ້ານລົບ ສ່ວນອື່ນໆ ກໍຈະມີຜົນກະທົບຕາມໄປດ້ວຍ ສາເຫດອັນດັບໜຶ່ງ
ຂອງສຸຂະພາບ ແລະ ການເກີດໂລກຕ່າງໆ ກໍຄືຕົວເຈົ້າເອງ
ຫາກເຮົາສາມາດກຳຈັດຄວາມຮູ້ສຶກທີ່ບໍ່ດີທັງມົດ ອອກໄປໄດ້ດ້ວຍການບອກຕົວເອງ ອາການເຈັບປວດ
ທີ່ເຈົ້າກຳລັງປະເຊີນຢູ່ນັ້ນກໍຈະທຸເລົາລົງ ແລ້ວເປັນຫຍັງຈຶ່ງຈະບໍ່ລອງເອົາຊະນະຄວາມເຈັບປ່ວຍຂອງ
ຕົວເອງ ຜ່ານການເວົ້າກັບຕົວເອງໃນແງ່ບວກລະ
2. ຂ້ອຍເຊື່ອວ່າ ຂ້ອຍສາມາດເຮັດໄດ້ທຸກຢ່າງ
ເຈົ້າຕ້ອງເວົ້າກັບຕົວເອງທຸກມື້ວ່າ “ຂ້ອຍເຮັດໄດ້” ການປຸກໃຈ ແລະ ໃຫ້ກຳລັງຕົວເອງດ້ວຍການເວົ້າແບບນີ້
ຈະເຮັດໃຫ້ເຈົ້າສາມາດເຮັດທຸກສິ່ງທຸກຢ່າງທີ່ຕັ້ງໃຈເອົາໄວ້ໄດ້
3. ທຸກສິ່ງທີ່ກຳລັງເກີດຂຶ້ນຕອນນີ້ ເກີດຂຶ້ນເພື່ອສິ່ງທີ່ດີທີ່ສຸດສຳຫຼັບຂ້ອຍ
ບໍ່ເຄີຍມີເລື່ອງບັງເອີນຫຍັງທັງນັ້ນ ໃຫ້ຮູ້ໄວ້ວ່າທຸກສິ່ງທຸກຢ່າງທີ່ເກີດຂຶ້ນ ມັນມີເຫດຜົນໃນຕົວເອງ ເຊິ່ງ
ກໍເປັນຄວາມບັງເອີນທີ່ໜ້າເຫຼືອເຊື່ອ ຫຼືທີ່ຊາວພຸດເອີ້ນວ່າ ທຳມະຈັດສັນ ນັ້ນເອງ
4. ຂ້ອຍເປັນສະຖາປານິກຂອງຊີວິດຕົວເອງ
ຂ້ອຍສ້າງຖານ ແລະ ເລືອກສິ່ງທີ່ເໝາະສົມໃຫ້ກັບຊີວິດຂອງຂ້ອຍເອງ ການເວົ້າກັບຈິດໃຕ້ສຳນຶກເປັນສິ່ງທີ່
ເຈົ້າຄວນບອກຕົວເອງທຸກເຊົ້າຕອນຕື່ນນອນ ເມື່ອເລີ່ມມື້ໃໝ່ກໍຄວນເຮັດໃຫ້ມັນເປັນມື້ທີ່ສົດໃສ ແລະ ແບ່ງ
ປັນຄວາມສົດໃສນີ້ໄປຍັງຄົນທີ່ຢູ່ຮອບຕົວດ້ວຍ
ເຈົ້າສາມາດເຮັດໃນສິ່ງທີ່ເຈົ້າມັກໄດ້ໃນທຸກໆມື້ ເພາະເຈົ້າຄືເຈົ້າຂອງຊີວິດຕົວເອງ ທີ່ເປັນຄືສະຖາປະນິກ
ຄອຍອອກແບບຊີວິດໃຫ້ກັບຕົວເຈົ້າເອງ ຫາເຈົ້າເລີ່ມມື້ໃໝ່ດ້ວຍຄວາມຄິດ ແລະ ຄວາມຮູ້ສຶກໃນແງ່ບວກ
ມັນກໍຈະປ່ຽນມື້ຂອງເຈົ້າໃຫ້ເປັນຫຍັງທີ່ໜ້າເຫຼືອເຊື່ອ ແລະ ມັນກໍໄດ້ຜົນທຸກຄັ້ງແທ້ໆ ລອງເຮັດເບິ່ງ
5. ຂ້ອຍໃຫ້ອະໄພຄົນທີ່ເຄີຍທຳຮ້າຍຂ້ອຍໃນອະດີດ ແລະ ແຍກຕົວອອກຈາກພວກເຂົາຢ່າງມິດໆ
ນັ້ນບໍ່ໄດ້ໝາຍຄວາມວ່າເຮົາລືມຫຍັງທີ່ພວກເຂົາເຮັດດອກ ແຕ່ພຽງເຮົາເລືອກທີ່ຈະຢູ່ຢ່າງສະຫງົບ
ແລະ ຮຽນຮູ້ຈາກບົດຮຽນທີ່ໄດ້ຮັບໃນສິ່ງທີ່ພວກເຂົາເຮັດ
ການໃຫ້ອະໄພຈະຊ່ວຍໃຫ້ຊີວິດກ້າວໄປຂ້າງໜ້າໄດ້ ແລະ ການປະຕິບັດຕົວຂອງເຈົ້າຕໍ່ປະສົບການທີ່
ຜ່ານມາ ກໍຄືຄວາມເປັນອິດສະຫຼະຈາກສິ່ງທີ່ຄົນອື່ນຄິດກັບເຈົ້ານັ້ນເອງ
6. ຄວາມສາມາດຂອງຂ້ອຍ ໄຮ້ຂີດຈຳກັດ
ສັກກະຍາພາບຂອງຂ້ອຍທີ່ຈະປະສົບຄວາມສຳເລັດນັ້ນບໍ່ມີທີ່ສິ້ນສຸດ ເປັນເລື່ອງຈິງທີ່ສັກກາຍາພາບຄວາມ
ສາມາດຂອງຄົນເຮົາບໍ່ມີຂີດຈຳກັດ ແຕ່ຕ້ອງລົງມືເຮັດດ້ວຍຕົວເອງເດີ
ລອງຖາມຕົວເອງວ່າ ເຈົ້າຢາກມີຊີວິດແບບໃດ ຫຍັງທີ່ຢຸດເຈົ້າໄວ້ ຫຍັງຄືອຸປະສັກທີ່ຂັດຂວາງຕົວເຈົ້າ
ເອງແດ່ ການເວົ້າກັບຕົວເອງໃນແງ່ບວກ ຈະຊ່ວຍໃຫ້ເຈົ້າຈັດການກັບຂອບເຂດຫຼືຂໍ້ຈຳກັດທັງໝົດໄດ້
7. ມື້ນີ້ຂ້ອຍໄດ້ຖິ້ມນິໄສທີ່ບໍ່ດີໄປ ແລະ ຮັບນິໄສໃໝ່ທີ່ດີເຂົ້າມາ
ໃຫ້ນຶກໄວ້ວ່າ ຊ່ວງເວລາທີ່ຍາກລຳບາກເປັນພຽງຊ່ວງສັ້ນໆ ຂອງຊີວິດເທົ່ານັ້ນ ສິ່ງເຫຼົ່ານີ້ຈະຜ່ານພົ້ນ
ໄປພ້ອມກັບນິໄສເກົ່າຂອງເຈົ້າ ເມື່ອເຈົ້າປ່ຽນຮັບເອົານິໄສໃໝ່ທີ່ດີຂຶ້ນເຂົ້າມາ
ພະຍາຍາມປັບຕົວໄປກັບຄວາມມີຊີວິດຊີວາ ແລະ ຄວາມກະຄືລືລົ້ນຢ່າງວ່ອງໄວ ເພື່ອນຳເຮົາໄປສູ່ແນວຄິດ
ຫຼືໄວເດຍໃໝ່ໆ ທີ່ດີຫຼາຍ ເຊິ່ງຂະບວນການທາງຄວາມຄິດນີ້ຈະຊ່ວຍໃຫ້ຊີວິດຂອງເຈົ້າດຳເນີດໄປຢ່າງລາບລື່ນ
8. ຂ້ອຍສາມາດເຮັດເລື່ອງທີ່ຍິ່ງໃຫຍ່ໃຫ້ສຳເລັດໄດ້
ໜຶ່ງໃນການເວົ້າກັບຕົວເອງທີ່ມີພະລັງຫຼາຍທີ່ສຸດ ຄືການບອກຕົວເອງໃນແຕ່ລະມື້ວ່າ ເຈົ້າສາມາດເຮັດ
ທຸກເລື່ອງທີ່ຍິ່ງໃຫຍ່ໃນຊີວິດໃຫ້ສຳເລັດໄດ້ ໂຟກັດໄປທີ່ຈິນຕະນາການ ແລະ ຄວາມຝັນຂອງເຈົ້າ
ແລ້ວເຊື່ອມອາລົມຄວາມຮູ້ສຶກນີ້ໃຫ້ຕິດກັບຈິນຕະນາການຂອງເຈົ້າ ໂດຍການກັບຕົວເອງດ້ວຍຄຳເວົ້າ
ໃນແງ່ດີ ແລະ ຄວາມເຊື່ອທີ່ວ່າເຈົ້າສາມາດຍິ່ງໃຫຍ່ໄດ້ ຈະເປັນການມອບພະລັງໃຫ້ເຈົ້າເອງໃນການສ້າງ
ຊີວິດທີ່ເຈົ້າປາຖະໜາ
9. ມື້ນີ້ຂ້ອຍປ່ຽນໄປດ້ວຍຄວາມກະຕືລືລົ້ນ ແລະ ຄວາມສຸກ
ຄວາມສຸກຕ້ອງເລີ່ມຈາກພາຍໃນບໍ່ແມ່ນພາຍນອກ ອີກທັງຍັງເລີ່ມຕົ້ນທັນທີທີ່ເຈົ້າຕື່ນນອນຂຶ້ນມາອີກດ້ວຍ
ດັ່ງນັ້ນ ຄວນຮຽນເວົ້າປະໂຫຍກໃນແງ່ບວກກັບຕົວເອງຊໍ້າໆ ຈົນເປັນນິໄສ ໃຫ້ເປັນສິ່ງທີ່ຕ້ອງເຮັດເປັນອັນດັບ
ທຳອິດໃນທຸກເຊົ້າ
10. ຂ້ອຍຮັກ ແລະ ຍອມຮັບໃນສິ່ງທີ່ຂ້ອຍເປັນ
ການຮັກຕົວເອງເປັນຄວາມຮັກທີ່ບໍລິສຸດທີ່ສຸດ ແລະ ເປັນຮູບແບບຂອງຄວາມຮັກທີ່ສູງທີ່ສຸດ ເມື່ອເຈົ້າຮັກ
ຕົວເອງ ເຈົ້າຈະເລີ່ມເຫັນຄຸນຄ່າ ແລະ ເຄົາລົບຕົວເອງໂດຍອັດຕະໂນມັດຫາກເຈົ້າມີຄວາມໝັ້ນໃຈ ແລະ
ພູມໃຈໃນສິ່ງທີ່ຕົວເອງເຮັດ ເຈົ້າກໍຈະເລີ່ມເຫັນຕົວເອງໃນມຸມມອງໃໝ່ໆ
ໄດ້ຮັບແຮງກະຕຸ້ນ ແລະ ແຮງບັນດານໃຈໃຫ້ເຮັດໃນສິ່ງທີ່ໃຫຍ່ຂຶ້ນ ດີຂຶ້ນ ດ້ວຍຄຳເວົ້າທີ່ບອກກັບຕົວເອງ
ເພື່ອຄວາມສຳເລັດ ເຊື່ອໃນຕົວເອງເພື່ອເພີ່ມໂອກາດ ເມື່ອເຈົ້າເວົ້າປະໂຫຍກເຫຼົ່ານີ້ ຫຼືເວົ້າກັບຕົວເອງ
ໃນແງ່ບວກດ້ວຍປະໂຫຍກອື່ນໆ ຈິດໃຕ້ສຳນຶກຈະເຮັດວຽກ
ແລະ ເລີ່ມດືງດູດໂອກາດ ທີ່ຈະໃຫ້ເຈົ້າປະສົບຄວາມສຳເລັດໃນສິ່ງທີ່ເຈົ້າຈະເຮັດຕໍ່ໄປ ກ່ອນທີ່ເຈົ້າ
ຈະຮູ້ຕົວດ້ວຍຊໍ້າວ່າປະຕູແຫ່ງໂອກາດຈະເປີດໃຫ້ກັບເຈົ້າ ດັ່ງນັ້ນເຈົ້າສາມາດເລີ່ມຕົ້ນເປົ້າໝາຍຂອງ
ຕົວເອງ ເພື່ອໃຫ້ຊີວິດກ້າວໄປຂ້າງໜ້າໄດ້ຕາມທີ່ເຈົ້າຕ້ອງການ
ການທີ່ເຈົ້າຈະໄດ້ຮັບຄວາມສຳເລັດຫຼືບໍ່ຊັ້ນ ກໍຂຶ້ນຢູ່ກັບວ່າເຈົ້າພ້ອມທີ່ຈະເປີດປະຕູຮັບໂອກາດນີ້
ເຂົ້າມາຫຼືບໍ່ ດັ່ງນັ້ນ ຈົ່ງກ້າຫານທີ່ຈະລົງມືເຮັດ ໃນສິ່ງທີ່ເຈົ້າຄິດວ່າເປັນສິ່ງທີ່ດີ ແລະ ສົ່ງຜົນ
ໃຫ້ຊີວິດຂອງເຈົ້າໄປສູ່ຈຸດທີ່ດີກວ່າເກົ່າ
ຫາກພຽງເວົ້າກັບຕົວເອງໃນແງ່ບວກພຽງຢ່າງດຽວ ແຕ່ບໍ່ລົງມືເຮັດ ເຈົ້າກໍບໍ່ມີທາງທີ່ຈະພົບກັບຄວາມສຳເລັດແນ່ນອນ