ຂ້ອຍຢາກໃຫ້ເຈົ້າ ຈື່ຄຳທີ່ຂ້ອຍສັ່ງເດີ ເຄັດລັບຄວາມລວຍ ມັນມີພຽງແຕ່ 4 ຂໍ້ນີ້ເອງ
ເຄີຍສັງເກດບໍ່ ຄົນຈີນທີ່ມາແບບເສື່ອຜືນໝອນໃບ ມາຢູ່ອາໄສໃນບ້ານເຮົາ ຕັ້ງແຕ່ສະໄໝ
ບັນພະບູລຸດ ເຖິງໄດ້ລວຍແລ້ວລວຍອີກ ເພາະເຂົາມີເຄັດລັບທີ່ສືບທອດກັນລຸ້ນສູ້ລຸ້ນ ເປັນຄຳສອນທີ່ມີຄ່າ
ຍິ່ງກວ່າມໍລະດົກສົ່ງຕໍ່ກັນມາ ຜ່ານໄປກໍ່ຫຼາຍຊ່ວງອາຍຸຄົນ
ເຊິ່ງມີເລື່ອງເລົ່າຢູ່ວ່າ ມີເຈົ້າສົວລວຍລະດັບພັນລ້ານຄົນໜຶ່ງ ກ່ອນທີ່ຈະຈາກໄປ ໄດ້ຖິ້ມມໍລະດົກໄວ້ໃຫ້ກັບ
ລູກຊາຍຂອງເຂົາພຽງຄົນດຽວ ແລະ ໄດ້ຂຽນພິໄນກຳບອກເລົ່າເຄັດລັບຄວາມສຳເລັດເອົາໄວ້
“ເຄັດລັບຄວາມລວຍນັ້ນມີພຽງ 4 ຂໍ້ເອງ”
1. ໄປເຮັດວຽກຢ່າຖືກແດດ
2. ກິນອາຫານໃຫ້ແຊບ
3. ບັນຊີບໍ່ຕ້ອງເຮັດ
4. ກັບເຮືອນເດິກໆ
ເມື່ອລາວໄດ້ເປີດອ່ານພິໄນກຳກໍງົງໆ ສົງໄສວ່າເຮັດແບບນີ້ ແລ້ວຈະດີແທ້ຫວາ ແຕ່ກໍເຮັດຕາມແບບງົງໆ
2ປີຕໍ່ມາ ສົມບັດຫຼາຍພັນລ້ານສູນກ້ຽງເກືອບບໍ່ເຫຼືອ ລາວຈຸດທູບໄປຕໍ່ວ່າພໍ່ “ພໍ່ ຂ້ອຍເຮັດຕາມທີ່ເຈົ້າບອກ
ທຸກຢ່າງແລ້ວ ເຮັດບໍ່ຮອດທຸກລົງໆ ພໍ່ເຮັດໃຫ້ຂ້ອຍໝົດຕົວ” ໃນຄືນນັ້ນເອງ ພໍ່ຮີບເຂົ້າຝັນມາຕອບກັບ
“ໂອ້ຍ ເຈົ້າເຂົ້າໃຈຜິດໝົດ ຟັງພໍ່ໃຫ້ດີເດີ”
1. ໄປເຮັດວຽກຢ່າຖືກແດດ
ພໍ່ໝາຍເຖິງ ຕາເວັນຍັງບໍ່ຂຶ້ນ ເຈົ້າຕ້ອງໄປເລີ່ມງານກ່ອນທີ່ພະນັກງານຈະມາເຮັດວຽກ ເພື່ອນເຂົາຈະ
ໄດ້ເຫັນເອົາເປັນແບບຢ່າງ ລູກນ້ອງຈະເຮັດຕາມແບບເຮົາ ບໍ່ແມ່ນຕາມທີ່ເຮົາສັ່ງ ເຂົ້າໃຈບໍ່ ເຈົ້າຫຼິ້ນໄປເຮັດ
ວຽກເອົາຕອນແລງໆ ລູກນ້ອງກໍ່ພອຍຂີ້ຄານໄປນຳ
2. ກິນອາຫານໃຫ້ແຊບໆ
ພໍ່ໝາຍເຖິງ ບໍ່ຢາກ ຢ່າກິນ ໃຫ້ຢາກແລ້ວຄ່ອຍກິນ ອາຫານຫຍັງກໍໄດ້ ກິນຫຍັງກໍຈະແຊບໄປໝົດ
ເພາະຄວາມຫິວ ບໍ່ແມ່ນໃຫ້ເຈົ້າໄປກິນບຸບເຟໃນຫ້າງທຸກມື້ ຖ້າກິນແບບນີ້ ແມ້ແຕ່ເວລາອິ່ມກໍໄປກິນ
ຢ່າງນີ້ ຈິບຫາຍເດີ ກິນລ້າງກິນຜານແບບນີ້ບໍ່ແຊບດອກ ເຮັດວຽກໃຫ້ເໜັດເໜື່ອຍຈົນຫິວຫຼາຍໆ ແລ້ວຄ່ອຍກິນ
3. ບັນຊີບໍ່ຕ້ອງເຮັດ
ພໍ່ໝາຍເຖິງ ໃຫ້ຄ້າຂາຍແຕ່ເງິນສົດ ບໍ່ຂາຍເງິນເຊື່ອເລີຍ ບໍ່ຕ້ອງເຮັດບັນຊີ ບໍ່ແມ່ນຂາຍເຊື່ອແລ້ວຍັງ
ບໍ່ເຮັດບັນຊີ ແບບນີ້ກໍມີແຕ່ເຈັ້ງກັບເຈັ້ງ
4. ກັບເຮືອນເດິກໆ
ພໍ່ໝາຍເຖິງ ຖ້າພະນັກງານກັບໝົດກ່ອນ ຈະໄດ້ກວດເບິ່ງໃຫ້ດີ ວ່າລູກນ້ອງເຮັດວຽກຫຍັງຫຼົງເຫຼືອ
ຕົກຄ້າງໄວ້ຢູ່ບໍ່ ປິດໄຟ ປິດນໍ້າ ປິດປະຕູໝົດຫຼືຍັງ ໃຫ້ຮອບຄອບ ບໍ່ໄດ້ໃຫ້ເຈົ້າໄປທ່ຽວກັບ
ເດີກທຸກມື້ ແບບນີ້ບໍ່ລົ່ມຈົມກໍບໍ່ຮູ້ຈະວ່າແນວໃດແລ້ວ ລູກເອີຍ ເຈົ້າໄປຫາເງິນໃໝ່ເອງກໍແລ້ວກັນ ພໍ່ໄປລະ
ເມື່ອອ່ານຈົບແລ້ວເຮົາອາດເບິ່ງວ່າເປັນເລື່ອງເລົ່າຕະຫຼົກໆ ຂໍາຂັນ ແຕ່່ຫາກກອງເບິ່ງດີໆ ມັນແຝງໄປດ້ວຍ
ແງ່ຄິດ ແລະ ຫຼັກການໃນການດຳເນີນຊີວິດຂອງເຫຼົ່າເຈົ້າສົວລາກຫຼາຍ ບໍ່ວ່າຈະຂະຫຍັນເຮັດວຽກ ເລີ່ມງານ
ກ່ອນກັບທີຫຼັງ ຫຼືການເຮັດຕົວເປັນແບບຢ່າງທີ່ດີໃຫ້ກັບລູກນ້ອງ
ຫວັງວ່າເລື່ອງລາວຂໍ້ຄິດທີ່ແຝງດ້ວຍຄະຕິສອນໃຈດີໆ ແບບນີ້ ຈະຊ່ວຍໃຫ້ເຈົ້າຄິດຫຍັງໄດ້ແດ່ ບາງຄົນທີ່
ເຂົາເຮັດຫຍັງກໍສຳເລັດ ບາງທີເຂົາອາດຈະຮູ້ເຄັດລັບດີໆ ແບບນີ້ ແບບທີ່ເຈົ້າສົວທ່ານນີ້ ສອນໄດ້ກໍ່ໄດ້