ແພດຝາກບອກ!! ຄົນທີ່ເປັນໂລກຕໍ່ໄປນີ້ ຫ້າມກິນພືດຜັກຊະນິດນີ້ເດັດຂາດ ບໍ່ສະນັ້ນອາດອັນຕະລາຍເຖິງຊີວິດ.

ຢໍ້າເຕືອນໂລກຕໍ່ໄປນີ້ຫ້າມກິນຜັກຊະນິດນີ້ເດັດຂາດ ໂລກອື່ນກໍ່ຄວນກິນຢ່າງລະມັດລະວັງອັນຕະລາຍເຖິງແກ່ຊີວິດຜັກໝາກໄມ້ທຸກຊະນິດບໍ່ແມ່ນວ່າຄົນຈະກິນໄດ້
ສ່ຽງອັນຕະລາຍເຖິງຊີວິດ ຍໍ້າເຕືອນຜູ້ປ່ວຍ ຫ້າມກິນເດັດຂາດເພາະຈະສົ່ງຜັນກະທົບກັບໂລກທີ່ເປັນຢູ່ຫາກບໍ່ຮູ້ ແລະ ກິນໄປອາດສົ່ງຜົນທຳລາຍເຖິງຊີວິດໄດ້
1.ຜູ້ທີ່ປ່ວຍເປັນໂລກໄຂ້ຫຼັງຊຳເຮື້ອ
ສ່ຽງຖ້າກິນໜໍ່ໄມ້+ໃບຂີ້ເຫຼັກ ສ່ວນໄທລອຍແນະນໍຳໃຫ້ກິນກະຫລໍ່າປີສຸກເຊື່ອວ່າໃຜໆກໍ່ຮູ້ກັນດີວ່າຜັກໝາກໄມ້ເປັນສິ່ງທີ່ມີປະໂຫຍດແຕ່ວ່າໃນຜູ້ປ່ວຍ
ບາງໂລກ ຜັກ ຫຼື ໝາກໄມ້ບາງຊະນິດກັບເປັນສິ່ງທີ່ຕ້ອງຫ້າມ ເພາະອາດໄປກະທົບກັບໂລກທີ່ເປັນຢູ່ໄດ້ໂດຍສະເພາະຜູ້ທີ່ມີໂລກປະຈຳໂຕ ແລະ ແນ່ນອນທີ່ສຸດຫາກໄດ້ຮັບຫຼາຍເກີນໄປຫຼືປຸງແຕ່ງບໍ່ຖືກຫຼັກອານາໄມອັນຕະລາຍກໍ່ເກີດຂຶ້ນໄດ້ເຊັ່ນກັນ
ຄວນຫຼີກລ້ຽງຜັກໝາກໄມ້ທີ່ມີສານຂອງ ກົດອອກຊາລິກ ປະລິມານສູງ ອາທິ ມັນຕົ້ນ ດອກກະຫຼໍ່າ ເປັນຕົ້ນ ເນື່ອງຈາກກົດດັ່ງກ່າວສາມາດຈັບກັບແຄວຊ່ຽມຕົກຕະກອນເປັນກ້ອນນີ້ວທີ່ໄຕ
ນອກຈາກຄົນທີ່ເປັນໂລກໄຕຊຳເຮື້ອຄວນຫຼີກລ້ຽງຜັກໝາກໄມ້ທີ່ມີ ໂພແທັກຊ່ຽມ ສູງເຊັ່ນ: ໜໍ້ໄມ້, ໃບຂີ້ເຫຼັກ ທຸລຽນ ໝາກຫຸ້ງ ເປັນຕົ້ນ
2.ໂລກລັດຊີເມຍ
ໂລກເລືອດຈາງມີສາເຫດມາຈາກຄວາມຜິດປົກກະຕິທາງກຳມະພັນປະລິມານຣາຕຸເຫຼັກສູງແຕ່ບໍ່ສາມາດນຳມາສ້າງເມັດເລືອດແດງເອງໄດ້ເຮັດໃຫ້ເກີດພາວະຣາຕຸສູງໃນເລືອດໄດ້ຊຶ່ງເປັນອັນຕະລາຍ
ສະນັ້ນຫຼີກລ້ຽງອາຫານທີ່ມີຣາຕຸເຫຼັກສູງເຊັ່ນ: ຕັບສັດ, ເຄື່ອງໃນສັດ, ລວມໄປເຖິງຜັກ, ໝາກໄມ້ທີ່ມີຣາຕຸເຫຼັກສູງເຊັ່ນ: ຜັກກູດ, ໝາກຖົ່ວດ ຜັກແວ່ນ, ເຫັດເຟືອງ, ໃບຕຳນີນຜັກອີ່ຕູ່ ເປັນຕົ້ນ
3.ໂລກໄທລອຍ
ສິ່ງທີ່ຜູ້ປ່ວຍກຸ່ມນີ້ລະວັງຄື (Cruciferae) ໄດ້ແກ່ກະຫຼໍ່າປີ (horseradish) ແລະ ຜັກກາດຊະນິດຕ່າງໆຊຶ່ງຜົນທີ່ເກີດຂຶ້ນຄືຈະເຮັດໃຫ້ເກີດເປັນໂລກຄໍໜຽງ ແຕ່ສານຜິດເຫຼ່ານີ້ຈະຖືກທຳລາຍໂດຍການຕົ້ມຈຶ່ງຄວນຮັບປະທານກະຫຼໍ່າປີທີ່ສຸກດີກ່ອນກະຫລໍ່າປີດິບ
4.ຄົນທີ່ເປັນໂລດກະເພາະ ແລະ ລຳໄສ້
ຫ້າມກິນເຜັດ ເພາະຈະເຮັດໃຫ້ກະເພາະອັກເສບໄດ້ ແລະ ຜູ້ປ່ວຍທີ່ເປັນມະເຣັງເພາະຫາກກິນໝາກເຜັດຫຼາຍຈະເຮັດໃຫ້ອາການໜັກຂຶ້ນກວ່າເກົ່າ ເນື່ອງຈາກໝາເຜັດມີສານທີ່ເອີ້ນວ່າ ແຄໄຊຊິນ ຊຶ່ງອອກລິດເຜັດຮ້ອນພົບຫຼາຍ
ໃນສ່ວນຂອງໝາກເຜັດ ( ໄຍແກ່ນກາງສີຂາວຂອງໝາກເຜັດ ) ແລະ ແກ່ນໝາກເຜັດດັ່ງນັ້ນຈຶ່ງເຮັດໃຫ້ເຈັບກະເພາະແລະຄວາມຮຸນແຮງຂອງໂລກຂຶນໄດ້
ກິນບໍ່ລະວັງອັນຕະລາຍກວ່າທີ່ທ່ານຄິດ ທັງນີ້ກໍ່ຢາກໃຫ້ເພື່ອນໆຄວນເຊັກເບີ່ງໃຫ້ດີກ່ອນວ່າຜັກໝາກໄມ້ແຕ່ລະຊະນິດເໝາະກັບເຮົາຫຼືບໍ່ເພື່ອຄວາມປອດໄພຂອງຊີວິດ