ສາລະໜ້າຮູ້

12 ເລື່ອງສຳຄັນ ບໍ່ຄວນໂພສ໌ລົງເນັດ

12 ເລື່ອງສຳຄັນ ບໍ່ຄວນໂພສ໌ລົງເນັດ

1. ທີ່ຢູ່ເຮືອນຂອງເຈົ້າ

ການເປີດເຜີຍທີ່ຢູ່ເຮືອນຂອງຕົວເອງລົງໃນໂຊຊ່ຽວ

ບໍ່ແມ່ນຄວາມຄິດທີ່ເໝາະສົມເລີຍເພາະ

ຄືກັບວ່າເຈົ້າກຳລັງສົ່ງບັດເຊີນ ແລະ ເປີດເຮືອນ

ໃຫ້ຄົນທົ່ວໂລກມາທ່ຽວ ເຈົ້າຢາກໃຫ້ໃຜກໍບໍ່ຮູ້ມາ

ໂຜ່ທີ່ໜ້າເຮືອນຂະນະທີ່ເຈົ້າກຳລັງລາພັກຮ້ອນຢູ່ແທ້ໆຫວາ

ທີ່ສຳຄັນຢ່າລືມປິດຄຸນສົມບັດລະບຸ

ຕຳແໜ່ງບົນພາບຖ່າຍໂດຍອັດຕະໂນມັດດ້ວຍເພື່ອ

ບໍ່ໃຫ້ຄົນອື່ນຮູ້ຂໍ້ມູນວ່າເຈົ້າໂພດຢູ່ໃສ

2. ຂ່າວສຳຄັນຂອງຄົນອື່ນ

ເຈົ້າອາດເພິ່ງຈະໄດ້ຍິນຂ່າວດີວ່າເພື່ອນຂອງເຈົ້າໝັ້ນແລ້ວ

ແນ່ນອນວ່າເຈົ້າຕ້ອງຮູ້ສຶກຕື່ນເຕັ້ນແທນເພື່ອນສຸດໆແຕ່ຢ່າເພິ່ງຮີບໂພດຂໍ້ຄວາມ

ສະແດງຄວາມຍິນດີກ່ອນທີ່ເພື່ອນຈະແຈ້ງຂ່າວດີຂອງຕົວເອງ

ບໍ່ດີດອກຫາກເຈົ້າໂພດລົງໄປໂດຍທີ່ເຈົ້າຂອງເລື່ອງຍັງບໍ່ອະນຸຍາດ

3. ພາບຖ່າຍຕົວເອງຫຼືຄົນອື່ນໃນລັກສະນະສອງແງ່ສອງງ່າມ

ການຖ່າຍພາບເຊວຟີພ້ອມກັບແກ້ວຄັອກເທວໃນມືເປັນເລື່ອງທີ່ຍອມຮັບໄດ້

ເມື່ອເຈົ້າອອກໄປທ່ຽວກາງຄືນກັບບັນດາເພື່ອນສາວ

ແຕ່ເພື່ອນທີ່ຢືນຢູ່ຖັດໄປຈາກເຈົ້າອາດບໍ່ຮູ້ສຶກຕື່ນເຕັ້ນ

ກັບພາບແບບນັ້ນ ດັ່ງນັ້ນເຈົ້າຄວນຖາມເພື່ອນໆກ່ອນສະເໝີ

ກ່ອນທີ່ຈະແຊຫຼືແທັກພວກເຂົາໄປ ເພື່ອງຈາກພາບ

“ຫຼຸດໂລກ” ໃນອະດີດເຫຼົ່ານັ້ນອາດກັບມາຫຼອກຫຼອນເຈົ້າໄດ້

ທັດສະນະຄະຕິທາງການເມືອງສຸດໂຕ່ງ

ທຸກຄົນຍ່ອມມີຂໍ້ຄິດເຫັນກ່ຽວກັບການເມືອງໃນປັດຈຸບັນ ແລະ ມີສິດ

ທີ່ຈະເປີດເຜີຍຄວາມຄິດຂອງຕົວເອງອອກມາ

ແຕ່ຈົ່ງລະວັງເມື່ອຕ້ອງສະແດງມຸມມອງທາງການເມືອງ

ໃນບາງປະເດັນເພາະອາດສ່ຽງຕໍ່ໜ້າ

ທີ່ການງານໃນປັດຈຸບັນຫຼືໃນອະນາຄົດ ແລະ ເກີດຂໍ້ທົກຖຽງຕາມມາ ເຈົ້າພ້ອມບໍ່ລະ

4. ການຄຸກຄາມ

ການຄຸກຄາມຖືເປັນອັນຕະລາຍຢ່າງໜຶ່ງ ແລະ ການໂພດລົງໄປ

ໃນໂລກອອນລາຍຈະຍິ່ງເຮັດໃຫ້ສະຖານະການຮ້າຍຂຶ້ນ

ບາງຄັ້ງອາດກາຍເປັນອາຊະຍາກຳໄດ້

ຂຶ້ນກັບການໃຊ້ຄຳເວົ້າ ແລະ ແຮງຈູງໃຈທີ່ຢູ່ເບື້ອງຫຼັງ

ຕໍ່ໃຫ້ເຈົ້າບອກວ່າລໍ້ຫຼິ້ນແຕ່ກໍ່ບໍ່ແມ່ນວ່າທຸກຄົນຈະມີອາລົມຂັນຄືກັບເຈົ້າ

5. ບັນຫາຄວາມສຳພັນ

ເຈົ້າກັບຄົນຮັກກຳລັງມີບັນຫາຈົນອາດຈະຕ້ອງເລີກຫຼືຢ່າຮ້າງກັນແມ່ນບໍ່?

ດຽວຢ່າຟ້າວຕອບອັນທີ່ຈິງເຮົາກໍ່ບໍ່ໄດ້ຢາກຮູ້ດອກ

ແຕ່ຈົ່ງເກັບບັນຫາ ແລະ ຄວາມເຈັບປວດເຫຼົ່ານີ້

ໄວ້ປິກສາຄົນທີ່ເປັນຫ່ວງເຈົ້າແທ້ໆດີກວ່າ

ເນື່ອງຈາກເພື່ອນບ້ານ ຄູສິດສອນວິຊາປະຫວັດສາດຕອນປ.2

ຫຼືແມ້ກະທັ້ງເພື່ອນຮ່ວມງານກໍ່ບໍ່ຄວນລ່ວງຮູ້ເຖິງຄວາມເຈັບປວດຂອງເຈົ້າ

6. ເມື່ອເຈົ້າໄປທ່ຽວຕ່າງແຂວງ

ເຈົ້າຕ້ອງການໃຫ້ຄົນທັງໂລກຮູ້ບໍ ວ່າເຮືອນຂອງເຈົ້າ

ຈະບໍ່ມີຄົນຢູ່ໄປຕະຫຼອດຊ່ວງວັນຢຸດທ້າຍອາທິດນີ້

ຄູ້ມກັບຍອດໄລທີ່ຈະໄດ້ຫວາ? ການເປີດເຜີຍຂໍ້ມູນດັ່ງກ່າວ

ເຮັດໃຫ້ເຮືອນຂອງເຈົ້າສ່ຽງທີ່ຈະຖືກງັດຫຼືຖືກຍົກເຈົ້າເດີ

7. ເລື່ອງຄັບຂ້ອງໃຈໃນບ່ອນເຮັດວຽກ

ເຮົາເຂົ້າໃຈຫົວໜ້າຂອງເຈົ້າອາດຈະກວນປະສາດ

ສ່ວນເພື່ອນຮ່ວມງານກໍນຳອາຫານທ່ຽງກິ່ນເໝັນມາກວນໃຈເຈົ້າ

ດັ່ງນັ້ນບໍ່ແປກທີ່ເຈົ້າຈະຮູ້ສືກລຳຄານ ແຕ່ການຈົ່ມໂດຍຜ່ານໂລກໂຊຊຽວຄົງບໍ່ແມ່ນຄວາມຄິດ

ທີ່ສະຫຼາດປານໃດ ເຈົ້າບໍ່ຮູ້ດອກວ່າມີໃຜກຳລັງເບິ່ງຢູ່ແດ່

8. ພາບເປືອຍ ຫຼື ວັບໆແວມໆ

ບໍ່ຜິດດອກຖ້າເຈົ້າຈະຢາກຕື່ນເຕັ້ນຂຶ້ນມາ ແລະ ຄິດວ່າຕົວເອງເປັນບີຍອນເຊ່

ແຕ່ທາງທີ່ດີຄວນສະຫງວນພາບນູ້ດຂອງຕົວເອງເກັບໄວ້ເປັນຄອລເລັກຊັ່ນສ່ວນຕົວດີກວ່າບໍ່

10. ອາຫານມື້ທ່ຽງຂອງເຈົ້າ

ເວັ້ນແຕ່ເຈົ້າຈະເປັນບັອກເກີກ່ຽວກັບອາຫານເຊິ່ງມີສິນລະປະໃນການຈັດແສງໄຟ ຈັດຈານ

ແລະ ເຮັດອາຫານໄດ້ແຊບສຸດໆ ຢ່າງໃດກໍຕາມ

ບໍ່ຄວນແຊພາບຖ່າຍອາຫານຝີມືຂອງຕົວເອງ

ລົງບົນໂຊຊຽວເນື່ອງຈາກເຈົ້າ່ກຳລັງໃຫ້ຄົນທົ່ວໂລກລຳຄານ

11. ຍອດຄົງເຫຼືອໃນສະໝຸດບັນຊີຂອງເຈົ້າ

ເພິ່ງໄດ້ເງິນເດືອນຂຶ້ນຊັ້ນບໍ ດີເລີຍໄດ້ຮັບເງິນຄືນພາສີຫຼາຍກວ່າທີ່ເຈົ້າຄິດໄດ້

ວິເສດໄປເລີຍ! ມີເງິນເກັບໃນທະນະຄານຫຼາຍກວ່າຄ່າໃຊ້ຈ່າຍໃນ

ແຕ່ລະເດືອນ? ກໍຍິ່ງດີເຂົ້າໄປອີກ! ແຕ່ເຈົ້າຄວນເກັບຂໍ້ມູນເຫຼົ່ານີ້ໄວ້ກັບຕົວເອງ

ບໍ່ຄວນເປີດເຜີຍພາບຖ່າຍຍອດເງິນຄົງເຫຼືອໃນບັນຊີ

ເອທີເອັມ ບັດເຄຣດິດ ຫຼືຫຍັງກໍຕາມທີ່ສາມາດສືບສາວ

ໄປເຖິງບັນຊີທະນາຄານຂອງເຈົ້າໄດ້ ນີ້ລະທີ່ເອີ້ນວ່າຂໍ້ມູນ ສ່ວນຕົວແທ້ໆ

12. ພາບງານສົບ

ເມື່ອໃຜບາງຄົນທີ່ເຈົ້າຮັກຈາກໄປ ບໍ່ແມ່ນເລື່ອງແປກທີ່ເຈົ້າຈະສະແດງ

ຄວາມໂສກເສົ້າແຕ່ຄວນຄິດໃຫ້ດີໆກ່ອນທີ່ຈະໂພດພາບເຫຼົ່ານັ້ນລົງສູ່

ສາທາລະນະເນື່ອງຈາກຄົນອື່ນອາດຈະຮູ້ສຶກອຶດອັດກັບພາບໂລງສົບ

ຂຸມສົບຫຼືບັນດາແຂກທີ່ກຳລັງທຸກລະທົມ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button