ມາບອກເຄັດບໍ່ລັບຂ້ອຍເຮັດແລ້ວໄດ້ຜົນດີເກີນຄາດ🙏🏼 ໃຜທີ່ຫາເງິນບໍ່ຂື້ນ ຫາແນວໃດກະມີແຕ່ຈົມ ມີແຕ່ລົ້ມລະລາຍ ເຮັດຫຍັງບໍ່ຂື້ນບໍ່ເກີນ 🙏🏻 ຈູດທູບ36 ດອກ _ ບູຊາກາງແຈ້ງ 🙏

ຫັນຫນ້າໄປທາງທິດຕາເວັນອອກຕັ້ງນະໂມສາມຈົບ🙏🏼
ຂະນ້ອຍ ຊື່….. ນາມສະກຸນ… .ມາຂໍຄະມາ ອະໂຫສິກຳ ເທບທິດາທັງຫລາຍ 16 ຊັ້ນຟ້າ 15 ຊັ້ນດິນ.
ຜີບ້ານ ຜີເຮືອນ, ເຈົ້າທີ່ ເຈົ້າທາງ, ແມ່ທໍລະນີ, ພະແມ່ຄົງຄາ.

ບ່ອນທີ່ຂ້າພະເຈົ້າອາໃສຢູ່ນີ້.
ຂ້າພະເຈົ້າຂໍອະໂຫສິກຳ ໃນສິ່ງທີ່ຂ້າພະເຈົ້າໄດ້ລ່ວງເກີນໄປ ທັງກາຍຍະກຳ, ວາຈາກຳ ,ມະໂນກຳ ຂໍສິ່ງສັກສິດທັງຫລາຍ ອະໂຫສິກຳໃຫ້ຂ້າພະເຈົ້າດ້ວຍເຖີດ.
ແລະຊ່ວຍເປີດທາງໃນການດຳເນີນຊີວິດຂອງຂ້າພະເຈົ້າ ຮັ່ງມີ ຫມັ້ນຄົງ ທຳການງານ ຄ້າຂາຍຈະເລີນຮຸ່ງເຮືອງ ເຮັດສິ່ງໃດກະຂໍໃຫະປະສົບຜົນສຳເລັດທຸກດ້ານ ແລະຂໍໃຫ້ມີແຕ່ໂຊກມີແຕ່ລາບເຂ້າມາໃນຊີວິດຂ້າພະເຈົ້າ ແລະຄອບຄົວຂອງຂ້າພະເຈົ້າ.

ແລະຂໍໃຫ້ລູກມີອຳນາດບຸນວາດສະຫນາ ບາລະມີ ມີແຕ່ຄົນເກງໃຈ ໃຫ້ກຽດ ໄປຢູ່ໃສ ກະຂໍໃຫ້ເປັນທີ່ຮັກຂອງຜູ້ຄົນທັງຫລາຍ.
ສັດຕູທີ່ຄິດຮ້າຍ ຂໍໃຫ້ແພ້ໄພຕົວເອງ ໃຜທີ່ຄິດບໍ່ດີ ຂໍໃຫ້ສິ່ງນັ້ນຍ້ອນກັບໄປຫາເຈົ້າຂອງເອງ ສາທຸສາທຸ🙏🏼🙏🏼🙏🏼.
#ຄວາມເຊື່ອສ່ວນບຸກຄົນເດີເຈົ້າ
ໝາຍເຫດ: ເຮັດທຸກໆວັນສິ້ນ.