ໂຮງໝໍແຂວງຊຽງຂວາງ ຮ່ວມກັບມູນນິທິ ອາຍແຄ ປະເທດນິວເທີແລນ ຈະໄດ້ຈັດການກວດ ແລະ ປິ່ນປົວພະຍາດແກ່ນຕາຂຸ້ນ #ໂດຍບໍ່ໄດ້ເສຍຄ່າ ເລີ່ມແຕ່ວັນທີ 25/10-5/11/2021 ທີ່ໜ່ວຍງານຕາ ໂຮງໝໍແຂວງຊຽງຂວາງ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຍຕາໂລກ ຄົບຮອບ 20 ປີ ໂຮງຫມໍແຂວງຊຽງຂວາງ ຮ່ວມກັບມູນ ນິທິ ອາຍແຄ ປະເທດນິວເທີແລນ, ຈະໄດ້ຈັດການກວດ ແລະ ປິ່ນປົວພະຍາດແກ່ນຕາຂຸ້ນ ໂດຍບໍ່ໄດ້ເສຍຄ່າ ຢູ່ທີ່ ຫນ່ວຍງານຕາໂຮງຫມໍແຂວງ
ເຊິ່ງຈະເລີ່ມແຕ່ວັນທີ 25/10 – 5/11/2021 .ໂອກາດດັ່ງກ່າວນີ້ ໂຮງຫມໍແຂວງຊຽງຂວາງຂໍ ເຊີນຊວນບັນດາທ່ານ: ພະນັກງານ, ທະຫານ, ຕໍາ ຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດເຖິງພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ ມີບັນຫາທາງສາຍຕາ, ຕາບໍ່ເຫັນຮຸ່ງ.
ສາມາດເຂົ້າມາຮັບ ບໍລິການນໍາພວກເຮົາທີ່ຫນ່ວຍງານຕາໂຮງຫມໍແຂວງຊຽງ ຂວາງ ຕາມວັນ ເວລາດັ່ງກ່າວ. ດ່ວນໂອກາດດີໆມີຄັ້ງດຽວ.
ລາຍເຊັນ: ອໍານວຍການໂຮງຫມໍແຂວງ, ຊຊ. ດຣ. ວີລະເດດ ປຣະພາສີຣີ
