ເຫດຕຳແລ້ວຫນີເຂດຫນ້າອາພາດເມັ້ນອາລິນ້າແຖວວຽງຈະເລີນເວລາປະມານ23:06 ຂ້ອຍໄດ້ຂີ່ລົດກາຍແຖວນັ້ນພໍດີ.ເຫັນລາວນັ່ງໄຫ້ເລີຍຮ້ອງຖາມລາວວ່າເປັນຫຍັງ?.
ລາວຕອບວ່າຖືກລົດຕຳ ແລ້ວຂ້ອຍກໍເລີຍຮ້ອງໃສ່ລົດຄັນທາງຫນ້າໃຫ້ຈອດເບີ່ງຊ່ວຍກັນກ່ອນ . ພວກຂ້ອຍກໍໄດ້ ໂທຫາກູ້ໄພໃຫ້ແລະ ຖາມລາວວ່າມີເບີພີນ້ອງບໍ ຈະໂທແຈ້ງເພີ່ນໃຫ້ .

ທາງເຮົາກໍໄດ້ຖາມໃນຄະນະທີຖ້າລົດກູ້ໄພມາຮອດ.ລາວວ່າລົດຈັກຄັນສີຂາວຕຳລາວບໍ່ຈື່ທະບຽນລົດບໍ່ຮູ້ຍີຫໍ້ລົດ ເຂົາຕຳລາວແລ້ວຫນີ ຫລັງຈາກກູ້ໄພມາຮອດ
ພວກຂ້ອຍກໍໄດ້ແຈ້ງກູ້ໄພຕາມທີຢູ່ກ່ຽວໄດ້ເວົ້າໃຫ້ຟັງ ແລ້ວກູ້ໄພວ່າຈະໄດ້ຂໍເປິດກ້ອງວົງຈອນປິດແຖວນັ້ນເພື່ອຊອກຫາຄົນທີ່ເຮັດຜິດມາຮັບຜິດຊອບ…..
#ຕຳແລ້ວຫນີຂ້ອຍກະວ່າຊົ່ວພໍແຮງ#ອັນນີ້ຕຳຄົນພິການແລ້ວຫນີ#ຄົນທີຕຳກໍບໍ່ມີຈິດສຳນຶກເລີຍບໍ…#

🙏🏻🙏🏻🙏🏻ຂອບໃຈລົດຄັນທາງຫນ້າເດີ້ທີ່ຮ່ວມການຊ່ວຍເຫລືອນຳກັນເປັນພະຍານນຳກັນ….#ຂອບໃຈທີມກູ້ໄພເຊັນກັນ…