ມາເບິ່ງພ້ອມກັນເລີຍວ່າມີຂໍ້ໃດແດ່…
1. ຫ້າມໃສ່ໂມງໃນຕອນນອນ
ເພາະໃນຂະໜາດທີ່ໂມງເຮັດວຽກໄປເລື້ອຍໆ ນັ້ນມັນຈະປ່ອຍພະລັງງານ ຖ້າໃສ່ໂມງຢູ້ຂໍມືຕອນນອນ ຈະມີຜົນຕໍ່ສຸຂະພາບໃນໄລຍະຍາວໄດ້
2.ບໍ່ຄວນນອນຫລັບໄປພ້ອມກັບ ໂທລະສັບ ຫຼື ວາງໂທລະສັບໄວ້ໃກ້ໆ
ໃຜທີ່ມັກໃຊ້ມືຖືເປັນໂມງປຸກຕອນເຊົ້າຄວນເກັບມືຖືໄວ້ຫ່າງ ໆ ເພາະຫລັກຖານທາງວິທະຍາສາດລະບຸ ວ່າ ໂທລະສັບ ມັນຈະປ່ອຍຄື່ນແມ່ເຫລັກໄຟຟ້າອອກມາຂະໜາດທີ່ເປີດເຄື່ອງ ແລະ ຄື່ນແມ່ເຫລັກໄຟ້ຟ້າເຫລົ່ານີ້ ມີຜົນກັບລະບົບປະສາດ ເພາະສະນັ້ນ ຕອນນອນກໍຄວນປີດໄວ້ ດີກ່ອນ
3. ຢ່າຫລັບໄປພ້ອມກັບເຄື່ອງສຳອາງ
ບໍ່ວ່າຈະເມື່ອຍພຽງໃດກໍຕາມ ຕ້ອງລ້າງເຄື່ອງສຳອາງອອກໃຫ້ໝົດ ເພາະການຫລັບທັ້ງໆ ທີ່ເຄື່ອງສຳອາງຍັງຕິດຢູ່ທີ່ໃບໜ້າຂອງທ່ານ ຈະເຮັດໃຫ້ເກີດບັນຫາດ້ານຜິວພັນໄລຍະຍາວໄດ້
4. (ສຳຫລັບສາວໆ ເທົ່ານັ້ນ) ຢ່າໃສ່ເສື້ອຊ້ອນນອນ
ເພາະນັກວິທະຍາສາດອາເມລິກາ ພົບວ່າການໃສ່ເສື້ອຊ້ອນດົນເກີນ 12 ຊົ່ວໂມງ ຈະເປັນການເພີ່ມອັດຕາສ່ຽງຕໍ່ມະເຮັງເຕົ້ານົມ ສະນັ້ນ ກໍຢ່າຕ້ອງໃສ່ເສື້ອຊ້ອນນອນດີກວ່າ
5. ຫ້າມຫລີ້ນໂທລະສັບກ່ອນນອນ
ເກີບວ່າໄດ້ເລີຍວ່າ ທຸກຄົນ ຫລີ້ນໂທລະສັບກ່ອນນອນທຸກຄົນ ແຕ່ຫລັງຈາກນີ້ຮູ້ແລ້ວຢ່າຫລີ້ນອີກເດີ ເພາະມັນຈະມີຜົນຮ້າຍຕໍ່ໃຫ້ ເຮັດໃຫ້ສາຍຕາເຮົາບໍ່ດີ ແລະ ນອນຫລັບໄດ້ຍາກຫລາຍ ແລະມັນກໍ່ເປັນອີກຫນຶ່ງສາເຫດທີ່ເຮັດໃຫ້ເຮົານອນບໍ່ຫລັບອີກດວ້ຍ.