ມີ 12 ສິ່ງນີ້ບົ່ງບອກວ່າເຈົ້ານີ້ແຫຼະຜູ້ຍິງສະຫຼາດບໍ່ທຳມະດາ

ປະຕິເສດບໍ່ໄດ້ວ່າຄວາມງາມເປັນສິ່ງໜຶ່ງທີ່ຫຼາຍຄົນເບິ່ງຜູ້ຍິງເປັນອັນດັບທຳອິດ ມັນເປັນປັດໄຈພາຍນອກທີ່ບໍ່ວ່າຜູ້ຍິງດ້ວຍກັນຫຼືຜູ້ຊາຍ ກໍມັກທີ່ຈະເບິ່ງ ແລະ ຍາກທີ່ຈະເຂົ້າໄປບໍ່ວ່າລາວຈະເຮັດຫຍັງຍ່ອມເປັນທີ່ຈະເລີນຫູຈະເລີນຕາໄປເສຍໝົດ ຫຼືຈະຂໍຄວາມຊ່ວຍເຫຼືອທຳຄວາມຮູ້ຈັກ ເຂົ້າໄປຄົບຫາກໍມີນ້ອຍລາຍທີ່ຈະປະຕິເສດ ດ້ວຍຄວາມທີ່ເຄີບເຄີມຫຼົງໄຫຼໃນສະເໜ່ແລກພົບໄປເສຍແລ້ວແຕ່ກໍບໍ່ແມ່ນວ່າຜູ້ຍິງງາມທຸກຄົນຈະໜ້າຮັກ ໜ້າຄົບຫາ ຖ້າເຈົ້າເປັນຜູ້ຊາຍຄົນໜຶ່ງທີ່ຕ້ອງການຈະຈີບຜູ້ຍິງງາມ ຂໍໃຫ້ເບິ່ງຂ້າມໃນຈຸດນີ້ໄປໄດ້ເລີຍ ແລ້ວພິຈາລະນາຜູ້ຍິງ “ສະຫຼາດ” ທີ່ມີຄຸນສົມບັດດັ່ງຂໍ້ຕໍ່ໄປນີ້ຈະດີກວ່າ

1. ເວົ້າມ່ວນ

ບໍ່ສຳຄັນເທົ່າຮູ້ກາລະເທສະ ເປັນເລື່ອງທຳມະຊາດຫຼາຍໆ ໃນສະໄໝນີ້ຖ້າຜູ້ຍິງຈະເວົ້າຫຍາບຄາຍກັນແດ່ ແຕ່ກໍ່ບໍ່ແມ່ນວ່າຈະເປັເຊັ່ນນີ້ກັບທຸກຄົນ ຫຼືເປີດເຜີຍຕົວຕົນຫຼາຍເກີນໄປຜູ້ຍິງສະຫຼາດມັກຈະຮູ້ດີວ່າຢູ່ກັບໃຜຄວນຈະເວົ້າແບບໃດ ເຖິງລາວຈະຫຍາບຄາຍລາວກໍເລືອກສະຖາຈະການດ້ວຍຄວາມຮູ້ແກ່ໃຈວ່າມັນເປັນສິ່ງທີ່ບໍ່ດີ ແລະ ເມື່ອໃດກໍຕາມທີ່ລາວເວົ້າຈາເປັນປົກກະຕິ ລາວມັກໃຫ້ຄວາມສຳຄັນກັບຄົນທີ່ກຳລັງເວົ້າຢູ່ສະເໝີ

2. ເຖິງລາວຈະເວົ້າບໍ່ເກັ່ງ

ແຕ່ລາວມີວິທີສະແດງອອກທີ່ເອົາໃຈຄົນອື່ນໄດ້ ລາວມັກຈະໃຫ້ກຽດຄົນອື່ນທີ່ບໍ່ຄຸ້ນເຄີຍດ້ວຍການເປັນຜູ້ຟັງທີ່ດີເສຍກ່ອນ ເພື່ອສັງເກດວ່າເຂົາຄົນນັ້ນມັກຫຍັງມີທັດສະນະຄະຕິແບບໃດເພື່ອຈະຫາຊ່ອງທາງທີ່ເອົາໃຈໃສ່ໄດ້ຖືກວິທີ ເຖິງລາວຈະເປັນຄົນເວົ້າບໍ່ເກັ່ງແຕ່ວິທີການສະແດງອອກຈະຮັບຮອງໄດ້ເລີຍວ່າຄົນທີ່ຢູ່ນຳຍ່ອມຮູ້ສຶກວ່າມີຄວາມສຳຄັນໃນສາຍຕາລາວສະເໝີ

3. ລາວຈະບໍ່ຢ້ານຄວາມລຳບາກ

ບໍ່ກັງວົນເລື່ອງຄວາມງາມຕະຫຼອດເວລາ ຜູ້ຍິງສະຫຼາດບໍ່ຍອມປ່ອຍຕົວເອງໃຫ້ຢູ່ໃນຄ່ານິຍົມແບບໃດຊໍ້າຊາກ ເຖິງແມ່ນລາວຈະມີລຸກໜຶ່ງເປັນລຸກປະຈຳຕົວແຕ່ກໍຈະບໍ່ກັງວົນເລີຍຖ້າຈະຕ້ອງປັບຕົວໃຫ້ເຂົ້າກັບຫຼາກຫຼາຍສະຖານະການ ບາງຄັ້ງກໍຂີ້ຄ້ານແຕ່ງໜ້າບາງຄັ້ງກໍ່ບໍ່ຢ້ານທີ່ຈະລຸຍໆ ແມນໆລາວມັກບໍ່ຂັງຕົວເອງໄວ້ໃນກອບໃດກອບໜຶ່ງສະເໝີ

4. ເມື່ອເປີດໂອກາດໃຫ້ສະແດງອອກ ລາວຈະຫຼີກລ້ຽງວິທີທີ່ທຳຮ້າຍຄົນອື່ນ

ຕໍ່ໃຫ້ເຈົ້າເຜີສະແດງກິລິຍາບໍ່ດີໃສ່ລາວ ລາວກໍຈະບໍ່ຕອບໂຕ້ດ້ວຍວິທີທີ່ບໍ່ດີກັບໄປ ຕົງກັນຂ້າມ ລາວຈະພະຍາຍາມເຕືອນດ້ວຍຄວາມສຸພາບໃນແບບທີ່ທຳລາວນໍ້າໃຈລະຫວ່າງກັນນ້ອຍທີ່ສຸດແຕ່ໃຫ້ຄົນທີ່ກຳລັງເຮັດຜິດຢູ່ຮູ້ຕົວໄດ້ດີທີ່ສຸດ ໂດຍບໍ່ຈຳເປັນຕ້ອງຫາສຽງໂຫວດເພື່ອໃຫ້ໃຜຕ້ອງເສຍໜ້າກັນໄປຂ້າງໜຶ່ງແຕ່ຢ່າງໃດເລີຍ

5. ຫຍັງທີ່ພໍຈະເຮັດໄດ້ ລາວວມັກຈະເຮັດເອງກ່ອນ

ໂດຍບໍ່ຕ້ອງຖ້າພະເອກຂີ່ມ້າຂາວ “ສຸພາບບຸລຸດ” ໃນນິຍາມຂອງສາວສະຫຼາດ ມັກຈະໝາຍເຖິງຜູ້ຊາຍທີ່ຍ່າງຄຽງຂ້າງກັນ ຊ່ວຍເຫຼືອກັນຄົນລະໄມ້ລະມືແຕ່ບໍ່ໄດ້ໝາຍເຖິງວ່າຜູ້ຍິງຕ້ອງໃຊ້ສິດທິ “lady first” ອ່ອຍໃຫ້ຜູ້ຊາຍຊ່ວຍເຫຼືອໂດຍທີ່ບໍ່ຕ້ອງເຮັດຫຍັງເລີຍຫຍັງທີ່ລາວພໍຈະເຮັດໄດ້ ລາວບໍ່ລັງເລທີ່ຈະເລີ່ມດ້ວຍຕົວເອງກ່ອນຖ້າມັນສຸດກຳລັງຈິງໆ ນັ້ນແຫຼະ ລະລາວເຖິງຈະຂໍຄວາມຊ່ວຍເຫຼືອຄົນອື່ນ ການຂໍຄວາມຊ່ວຍເຫຼືອທັງທີ່ຕົວເອງເຮັດໄດ້ ໃນສາຍຕາຂອງລາວໝາຍເຖິງການເອົາປຽບກັນ

6. ຖ້າເຈົ້າເປັນຜູ້ຕາມ ລາວຈະບໍ່ເຮັດໃຫ້ຮູ້ສຶກເສຍໜ້າ

ຖ້າເຈົ້າເປັນຜູ້ນຳ ລາວຈະຕາມທັນໂດຍບໍ່ຮູ້ສຶກວ່າກຳລັງເປັນຄູ່ແຂ່ງກັນ “ການໃຫ້ກຽດຄົນອື່ນ”ເປັນສິ່ງໜຶ່ງທີ່ເຮັດໃຫ້ລາວມີແຕ່ຄົນເປັນມິດລາວມັກໃຫ້ຄວາມສຳຄັນກັບທຸກຄົນຢ່າງເທົ່າທຽມກັນ ແມ້ວ່າຈະມີຕຳແໜ່ງຫຼືເປືອກນອກໃດກໍຕາມທີ່ຕ່າງກັນ ໃຜທີ່ຢູ່ດ້ວຍມັກຈະໄດ້ຮັບຄວາມຮູ້ສຶກດີຈາກລາວສະເໝີ ຖ້າເຈົ້າກຳລັງຫຼິ້ນມຸກທະລຶ້ງຢູ່ລາວຮູ້ແຕ່ລາວກໍເລືອກທີ່ຈະບໍ່ສະແດງອອກຢ່າງໂຈ່ງແຈ້ງເກີນໄປ ຖ້າເຈົ້າກຳລັງຫຼິ້ນມຸກແປັກຮູ້ສຶກບໍ່ຄ່ອຍຂຳ ລາວຈະມີວິທີສະແດງອອກທີ່ດີກວ່ານັ້ນ ໃນແບບທີ່ເຈົ້າບໍ່ຮູ້ສຶກບໍ່ດີກວ່າເກົ່າ

7. ເມື່ອມີບັນຫາ ລາວໃຈເຢັນ

ພໍທີ່ຈະບໍ່ກໍ່ດຣາມ່າໃນທັນທີ ຜູ້ຍິງສະຫຼາດມັກມີສະຕິພໍຈະແຍກແຍະໄດ້ວ່າ “ຄວາມຕົງ ບໍ່ຈຳເປັນຕ້ອງແຮງ”ຫຍັງທີ່ອອກຕົວແຮງກ່ອນບາງຄັ້ງອາດໃຫ້ໂທດເຖິງກັບລົ້ມຄະມຳບໍ່ເປັນເທົ່າໃດ ລາວຈຶ່ງເລືອກທີ່ຈະເກັບຂໍ້ມູນມິດໆ ໃຫ້ຮອບດ້ານເສຍກ່ອນທີ່ຈະເວົ້າຫຍັງອອກມາເພາະຖືວ່າ “ຫົວທີຫຼັງດັງກວ່າ”

8. ລາວກ້າພໍທີ່ຈະຍຶດອົກຮັບຄວາມຜິດຫຼືຄວາມຜິດຫວັງ

ຖ້າລາວເປັນຝ່າຍຜິດ ລາວບໍ່ລັງເລທີ່ຈະຂໍໂທດໃນທັນທີໂດຍບໍ່ບີບນໍ້າຕາລູກຜູ້ຍິງແລະ ເມື່ອພົບກັບຄວາມຜິດຫວັງ ຫຼືຈະຕ້ອງຖືກບອກເລີກ ສະບາຍໃຈໄດ້ເລີຍທີ່ຈະບອກຄວາມຈິງກັບລາວຕົງໆ ເພາະສິ່ງທີ່ລາວຊັງທີ່ສຸດກໍຄືການຕວົະຫຼືຕ້ອງຮູ້ຄວາມຈິງໃຈພາຍຫຼັງ

9. ທັດສະນະຄະຕິຂອງລາວມັກເລີ່ມຈາກການສະແດງຄວາມເຫັນທີ່ເປັນກາງເສຍກ່ອນ

ເມື່ອເປີດໂອກາດໃຫ້ລາວສະແດງຄວາມເຫັນເລື່ອງໃດເລື່ອງໜຶ່ງ ບໍ່ວ່າຈະເປັນເລື່ອງທີ່ລາວຖະນັດຫຼືບໍ່ກໍຕາມ ລາວມັກຈະຂໍເວລາເບິ່ງໃຫ້ຮອບດ້ານກ່ອນ ແລ້ວຄ່ອຍເບິ່ງໃນມຸມທີ່ລາວລາວກໍມີຄວາມສາມາດທີ່ຈະຂັດເວລາໃຫ້ມັນເບິ່ງເບົາລົງຈົນໜ້າຟັງໄປເສຍໝົດ ໂດຍທີ່ບາງຄັ້ງຮູ້ສຶກມັກໃຈ ຕໍ່ໃຫ້ເຈົ້າມີຄວາມເຫັນທີ່ຂັດໃຈລາວແດ່ບໍ່ຮູ້ຕົວເລີຍວ່າລາວກຳລັງກ່ອມເຈົ້າໃຫ້ຄ້ອຍຕາມຢູ່

10. ລາວເປັນນັກປັບຕົວທີ່ດີ

ລາວບໍ່ເຄີຍຢຸດນິ່ງ ຫຼືຍອມຈຳນົນກັບຫຍັງໄດ້ງ່າຍໃນຍາມປົກກະຕິສຸກ ລາວມັກຈະເບິ່ງຫາຄວາມສະໜຸກທີ່ຫຼາຍກວ່ານັ້ນໃນຍາມທີ່ເປັນທຸກ ລາວກໍມັກຈະມີທາງອອກທີ່ຫຼາກຫຼາຍຖ້າຈະເອີ້ນວ່າລາວເປັນຄົນເບິ່ງໂລກໃນແງ່ດີສະເໝີ ກໍບໍ່ຜິດຫຍັງຫຼາຍ

11. ລາວບໍ່ເຄີຍປີດກັ້ນຕົວເອງ

ຜູ້ຍິງສະຫຼາດມັກຈະເບິ່ງເຫັນຄວາມຄຸ້ມຄ່າຈາກການກ້າໄດ້ກ້າເສຍ ຖ້າສິ່ງໃດທີ່ລາວຄິດດີແລ້ວວ່າລາວຈະເບິ່ງແຍງຕົວເອງໄດ້ ລາວບໍ່ລັງເລທັນທີທີ່ຈະຕອບຕົກລົງເສຍດາຍຫຼືເສຍໃຈໃນພາຍຫຼັງເອີ້ນງ່າຍໆ ກໍຄືຜູ້ຍິງສະຫຼາດມັກມີຄວາມເປັນ “ໃຈນັກເລງ” ຢູ່ໃນຕົວເອງສະເໝີແຕ່ຖ້າສິ່ງໃດທີ່ລາວຄິດແລ້ວວ່າມັນບໍ່ຄຸ້ມ ລາວກໍບໍ່ລັງເລທີ່ຈະປ່ອຍໄປໂດຍບໍ່ນັ່ງຄໍ້າຄວນ

12. ລາວສະຫຼາດໂດຍທີ່ບໍ່ຕ້ອງອວດສະຫຼາດ

ສຸດທ້າຍແລ້ວ ຄຸນສົມບັດທີ່ສຳຄັນທີ່ຈະເບິ່ງວ່າຜູ້ຍິງຄົນນັ້ນສະຫຼາດແທ້ຫຼືບໍ່ ກໍຄືການເບິ່ງການສະແດງອອກຂອງລາວໃນພາບລວມວ່າ “ລາວມີດີຫຍັງ?” ສິ່ງທີ່ລາວມີດີ ຕ້ອງເປັນສິ່ງທີ່ຄົນຮອບຕົວສຳຜັດເຖິງຕົວຕົນໄດ້ ໂດຍທີ່ເຈົ້າຕົວບໍ່ຈຳເປັນຕ້ອງອວດພໍ່າເພີ້ ເອີ້ນຄະແນນ Like ຫຼືເອີ້ນຮ້ອງຄວາມສົນໃຈແຕ່ຢ່າງໃດຫຼືເພັດທີ່ມີປະກາຍຢູ່ໃນຕົວ ຕັ້ງຢູ່ໃນຕູ້ໂຊເລື້ອຍໆໄປ ຄົນກໍເລີ່ມເບື່ອແອບໄວ້ໃນຫຼືບມຸມແດ່ ປະກາຍຍ່ອມເຕະຕາຜູ້ຄົນໃຫ້ຍາກຮູ້ຍາກເຫັນເອງ

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *