ສາລະໜ້າຮູ້

ໃຜມັກກິນແນ່ “ຜັກກ້ານຈອງ” ແຊບ​ ແລະ ໃຫ້​ປະ​ໂຫຍດຕໍ່​ຮ່າງ​ກາຍ​ເຮົາຫຼາຍ​ຢ່າງ

ຜັກກ້ານຈອງ ຫຼື ບາງທ້ອງຖິ່ນກໍເອີ້ນວ່າ ຜັກຄັນຈອງ (ຕາເວັນອອກສຽງເໜືອ) ຄັນຊ້ອນ, ນາງກວັກ, ບົວຄ້ວກ, ບົວຟູ ຫຼື ຜັກພາຍ ສ່ວນຫຼາຍເຮົາຈະມັກພົບເຫັນໄດ້ຕາມບໍລິເວນທີ່ມີນ້ຳຂັງທົ່ວໄປ ເຊັ່ນ: ໜອງ, ຄອງ, ບຶງ ຫຼື ຕາມທົ່ງນາ
ນິຍົມກັນກິນດິບ ຫຼື ສຸກກໍໄດ້ ບອກເລີຍຄຸນຄ່າທາງອາຫານຫຼາຍຢ່າງສຸດໆບໍ່ວ່າຈະເປັນ ຊ່ວຍຈະເລີນອາຫານກິນເຂົ້າແຊບ ແລະ ມີສັບພະຄຸນປ້ອງກັນໄຂ້ , ຕົ້ນອ່ອນກ້ານໃບອ່ອນ ແລະ ດອກອ່ອນ ນິຍົມນຳມາສາມາດຮັບປະທານດິບ ກັບອາຫານພວກຕຳໝາກຫຸ່ງ, ລາບກ້ອຍ ຫຼື ນໍາມາລວກໃຫ້ສຸກກິນຄູ່ກັບນ້ຳແຈ່ວ, ເຂົ້າປຸ້ນແຈ່ວຂີງ, ເອົາໄປຕຳແຈ່ວ ຫຼື ປົນກັບຕຳ, ຍຳຕ່າງໆ
ທີ່ຊ່ວຍໃນການຂັບຖ່າຍ ແລະ ຍັງມີສານອາຫານຢ່າງແຄລຊຽມ, ຟອດຟໍຮັສ ແລະ ທາດເຫຼັກ ທີ່ຊ່ວຍບຳລຸງຮ່າງກາຍໃຫ້ແຂງແຮງ ອີກດ້ວຍ.
ໃບຂອງມັນຊ່ວຍຈະເລີນອາຫານກິນເຂົ້າແຊບ ແລະ ປ້ອງກັນໄຂ້ຫົວລົມ
ໃບອ່ອນ, ກ້ານໃບອ່ອນ, ຊໍ່ດອກ: ເປັນຜັກສົດ ຈໍ້າກັບນ້ຳພິກ, ລາບທັງຕົ້ນ : ເປັນອາຫານສັດ ແລະ ເຮັດປຸຍໄດ້
ວິທີໃຊ້ໃນການປະກອບອາຫານ ຜັກກ້ານຈອງເປັນພືດລົ້ມລຸກປະເພດໄມ້ນ້ຳ ສາມາດນຳມາກິນໄດ້ ທັງຕົ້ນອ່ອນ ກ້ານໃບ ແລະ ດອກ ນອກຈາກຈະໃຫ້ລົດຊາດ ຫວານມັນແຊບແລ້ວ ກິນເປັນຜັກສົດແກ້ມກັບລາບກ້ອຍຈ້ຳແຈ່ວ ແລະ ຍັງເຮັດເປັນຜັກສຸກໂດຍການລວກເປັນຜັກຈໍ້າກັບນ້ຳພິກ ຄົນຊົນນະບົດນຳຜັກກ້ານຈອງມາປຸງເປັນກ້ອຍຜັກ, ຊຸບຜັກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button