ຕາມການລາຍງານຂອງ ກະຊວງການຕ່າງປະເທດຂອງລາດຊະອານາຈັກໄທ ໄດ້ໃຫ້ຮູ້ວ່າ: ໃນວັນທີ 30 ຕຸລາ 2021
ໄທໄດ້ປະກາດລາຍຊື່ປະເທດເພີ່ມເຕີມ ເຊິ່ງເປັນປະເທດທີ່ສາມາດເດີນທາງເຂົ້າໄປລາດຊະອານາຈັກໄທ ໂດຍບໍ່ຕ້ອງກັກໂຕ ຈາກ 46 ປະເທດເປັນ 63 ປະເທດ ເຊິ່ງໃນນັ້ນມີ ສປປ ລາວ
ເພີ່ມລາຍຊື່ ສປປລາວ ເຂົ້າໃນບັນດາປະເທດທີ່ສາມາດເດີນທາງເຂົ້າລາດຊະອານາຈັກໄທ ໄດ້ນັບແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນໄປ, ເຊິ່ງຕ້ອງຖືກຕ້ອງຕາມ ເງື່ອນໃຂຂອງ ລາດຊະອານາຈັກໄທທີ່ແຈ້ງ
ຄົນລາວເດີນທາງເຂົ້າໄທໄດ້ ໂດຍບໍ່ຕ້ອງກັກໂຕ ,ແຕ່ຖ້າຫາກເດີນທາງກັບປະເທດຕ້ອງໄດ້ກັກໂຕ 14ວັນ , ຕາມສະຖານະການເຂັ້ມງວດຂອງ ສປປລາວ.

