ຜູ້ໂດຍສານລົດໄຟມຸ່ງໜ້າສະຫລອງຮັລໂລວີນໃນໂຕກຽວຕ້ອງໜີຕາຍ ຫລັງເກີດເຫດຊາຍໜຸ່ມໃຊ້ມີດໄລ່ແທງຄົນໃນຂະບວນ ພ້ອມຈູດໄຟເຜົາຈົນຕ້ອງລະງັບການແລ່ນລົດ.
ວັນທີ 31 ຕຸລາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອເວລາປະມານ 20:00 ໂມງ ຕາມເວລາທ້ອງຖິ່ນ ມີຜູ້ກໍ່ເຫດໃຊ້ມີດໄລ່ແທງຜູ້ໂດຍສານພາຍໃນຂະບວນລົດໄຟ Keio Line ຂະນະທີ່ແລ່ນຢູ່ ກ່ອນຈະມີການຈອດສຸກເສີນຢູ່ສະຖານີ Kokuryo Station ໃນເມືອງໂຊຟຸ ທາງຕາເວັນຕົກຂອງນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ.

ຂະນະທີ່ຜູ້ໂດຍສານກຳລັງແລ່ນໜີຢູ່ນັ້ນ ຊາຍຄົນດັ່ງກ່າວໄດ້ລາດນ້ຳມັນໃສ່ລົດໄຟ ແລະ ຈູດໄຟເຜົາ ຈົນຕັ່ງນັ່ງໃນລົດໄຟໄດ້ຮັຍຄວາມເສຍຫາຍບາງສ່ວນ.ເຈົ້າໜ້າທີ່ໄດ້ເຂົ້າຈັບກຸມຊາຍອາຍຸ 24 ປີຄົນໜຶ່ງ ທີ່ນັ່ງຖ້າໃຫ້ຈັບ ໂດຍມີລາຍງານຜູ້ບາດເຈັບແລ້ວຢ່າງໜ້ອຍ 17 ຄົນ ມີຊາຍສູງອາຍຸຄົນໜຶ່ງໝົດສະຕິຫລັງຖືກແທງ.
ຕາມລາຍງານລະບຸວ່າ: ຊາຍຄົນດັ່ງກ່າວໄດ້ແຕ່ງຕົວເປັນຕົວລະຄອນໂຈ໊ກເກີ້ຈາກເລື່ອງແບດແມນ ເຊິ່ງຜູ້ໂດຍສານຫລາຍຄົນໄດ້ແຕ່ງກາຍເປັນຕົວລະຄອນຕ່າງໆ ແລະ ໂດຍສານລົດໄຟຂະບວນນີ້ເຂົ້າໄປນະຄອນຫລວງໂຕກຽວເພື່ອສະຫລອງເທດສະການຮັລໂລວີນ ເຊິ່ງປັດຈຸບັນທາງຜູ້ໃຫ້ບໍລິການໄດ້ສັ່ງລະງັບການແລ່ນລົດທັງຂາເຂົ້າ ແລະ ຂາອອກແລ້ວ.
ອ້າງອີງ:https://english.kyodonews.net/…/c417d049af26-breaking
https://www3.nhk.or.jp/nhkworld/en/news/20211101_02/
https://www.reuters.com/…/knife-arson-acid-attack
ຊົມຄລິບ