ຮອດເວລາແລ້ວທີ່ພວກເຮົາທຸກຄົນຕ້ອງໄດ້ຮ່ວມໃຈກັນປ້ອງກັນຕົນເອງ ແລະ ຄອບຄົວຢ່າງຈິງຈັງ.
ຈຳນວນຄົນເຈັບໃໝ່ທີ່ສູງກ່ວາຈຳນວນຄົນເຈັບທີ່ອອກຈາກສະຖານທີ່ປິ່ນປົວ ຈະເຮັດໃຫ້ສະຖານທີ່ປິ່ນປົວເຕັມໃນເວລາອັນໃກ້ນີ້.
ຄະນະສະເພາະກິດພວມພິຈາລະນາຄືນເງື່ອນໄຂການເຂົ້າປິ່ນປົວຢູ່ໂຮງໝໍ ແລະ ແນວທາງການປິ່ນປົວໃໝ່ຈະໄດ້ຖືກນຳສະເໜີຕໍ່ມວນຊົນໃນໄວໆນີ້.
ໂຮງໝໍສູນກາງ ແລະ ໂຮງໝໍແຂວງຈະເປັນສະຖານທີ່ປິ່ນປົວສຳລັບຄົນເຈັບທີ່ມີອາການປານກາງ
ເຖິງຂັ້ນວິກິດເທົ່ານັ້ນເພາະຄົນເຈັບກຸ່ມດັ່ງກ່າວຕ້ອງໃຊ້ອຸປະກອນການແພດ ແລະ ຕ້ອງມີການຕິດຕາມອາການຢ່າງໃກ້ຊິດ ແລະ ການຊົມໃຊ້ຕຽງແມ່ນເກືອບເຕັມທຸກວັນ.
