ຂ່າວທົ່ວໄປ

ຕາຢ້ານແທ້ສັງຄົມດຽວນີ້ ເຫດລົດໃຫຍ່ຕຳລົດຈັກແລ້ວລັນກັນໄກໃສ່ຜູ້ຄົນຂີ່ລົດຈັກໄດ້ຮັບບາດເຈັບແລ້ວໜີ(ມີຄລິບ)

ຈາກຜູ້ໃຊ້ເຟສບຸກຊື່ Vanthakhan Symonds ໄດ້ໂພສວ່າ ສະບາຍດີຫມູ່ເພື່ອນຫມົດທຸກຄົນ ກະລຸນາອ່ານແລະເບີ່ງຄິບໃຫ້ຈົບ ແລະຊ່ວຍໄລ້ຊ່ວຍແຊ ຕາມຫາຄົນຜິດມາຮັບຜິດຊອບໃນການກະທຳຂອງລາວທີ່ບໍ່ຢ້ານກົວຕໍ່ກົດຫມາຍບ້ານເມືອງ ເລື່ອງມີຢູ່ວ່າ ໃນວັນທີ 14/12/2020 ຕອນ ປະມານທ່ຽງຄືນ

ອ້າຍຂອງຂ້າພະເຈົ້າແລະເອື້ອຍໄພ້ ແມ່ນຂີ່ລົດຈັກ, ເດີນທາງກຳລັງຈະກັບບ້ານ ພໍຮອດແຖວດົງນາໂຊກ ກໍ່ໄດ້ມີ ລົດໃຫຍ່ຄັນດັ່ງກ່າວປ້າຍທະບຽນ 1988 ກຳແພງນະຄອນ ເປັນຊາຍໄວກາງຄົນ ເຊີ່ງຢູ່ໃນສະພາບມືນເມົາຂາດສະຕິ, ຂັບລົດມາຈົນຊິຕຳເອົາອ້າຍແລະເອື້ອຍຂອງຂ້າພະເຈົ້າ ແຕ່ທັງສອງກໍ່ບໍ່ໄດ້ວ່າຫຍັງແລະພະຍາຍາມເລັ່ງລົດຈັກ ເພື່ອໄປໃຫ້ພົ້ນຈາກທີ່ນັ້ນ

ແຕ່ຝ່າຍລົດໃຫຍ່ກໍ່ບໍ່ຍອມພະຍາຍາມຂີ່ຕາມແລະຕັດຫນ້າລົດຈັກ ຈົນອ້າຍແລະເອື້ອຍຂອງຂ້າພະເຈົ້າໄດ້ຢຸດລົງຈັກລົງ, ແລ້ວຝ່າຍລົດໃຫຍ່ກໍ່ເວົ້າຈາແບບນັກເລງບໍ່ສຸພາບຕ່າງໆນາໆແລ້ວກໍ່ ລົງຈາກລົດໃຫຍ່ມາພ້ອມທັງຖືອາວຸດປືນ ຍີ່ງຂື້ນເທີ່ງຟ້າສອງນັດ ແລະ ຍິ່ງໃສ່ຕີນຂອງເອື້ອຍໄພ້ຂ້າພະເຈົ້າຫນື່ງນັດ

ແລ້ວກໍ່ຂັບລົດຫນີໄປຄືດັ່ງທີ່ເຫັນ ດັ່ງນັ້ນຈື່ງວອນມາຍັງສັງຄົມ ຖ້າໃຜຮູ້ເບາະແສຫລືຮູ້ຈັກລຸງຄົນນີ້ກະລຸນາບອກລາວມາຮັບຜິດຊອບກັບການກະທຳອັນປ່າເທືອນຂອງລາວດ້ວຍ ນະປະຈຸບັນເອື້ອຍໄພ້ຂອງຂ້າພະເຈົ້າແມ່ນນອນຢູ່ໂຮງຫມໍແລະມື້ນີ້ແມ່ນໄດ້ຜ່າຕັດຕີນຂອງລາວ

ກະລຸນາຊ່ວຍແຊວິດີໂອນີ້ຊ່ວຍຂ້າພະເຂົ້າດ້ວຍ ຂໍຂອບໃຈ

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button