ຈາກການຖະແຫຼ່ງຂ່າວໂຄວິດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 07 ພະຈິກ 2021 ພົບວ່າມີຜູ້ຕິດເຊື້ອໂຄວິິິດເພີ່ມໃໝ່ 1076 ຄົນ ຊົມຊຸນ 1071 ຄົນ ຕິດເຊື້ອສະສົມ 47,056 ຄົນ ຫາຍດີໃໝ່ 754 ຄົ ລາຍລະອຽດແຕ່ລະແຂວງ ລຸ່ມນີ້:

ນະຄອນຫຼວງວຽງຈັນມີ 544 ຄົນ ໃນນີ້ມີ 4 ຄົນ (ນໍາເຂົ້າ) ແລະ 540 ຄົນ (ຊຸມຊົນ), ແຂວງຫຼວງພະບາງ 174 ຄົນ (ຊຸມຊົນ), ແຂວງບໍ່ແກ້ວ 51 ຄົນ (ຊຸມຊົນ).ແຂວງອຸດົມໄຊ 23 ຄົນ (ຊຸມຊົນ), ແຂວງຜົ້ງສາລີ 1 ຄົນ (ຊຸມຊົນ),
ແຂວງຊຽງຂວາງ 1 ຄົນ (ຊຸມຊົນ), ແຂວງຫຼວງນໍ້າທາ 51 ຄົນ (ຊຸມຊົນ), ແຂວງວຽງຈັນ 93 ຄົນ (ຊຸມຊົນ).ແຂວງໄຊຍະບູລີ 5 ຄົນ ໃນນີ້ມີ 1 ຄົນ (ນໍາເຂົ້າ) ແລະ 4 ຄົນ (ຊຸມຊົນ), ແຂວງບໍລິຄໍາໄຊ 10 ຄົນ (ຊຸມຊົນ),
ແຂວງຄໍາມ່ວນ 26 (ຊຸມຊົນ).ແຂວງສາລະວັນ 8 ຄົນ (ຊຸມຊົນ), ແຂວງສະຫວັນນະເຂດ 6 ຄົນ (ຊຸມຊົນ), ແຂວງຈໍາປາສັກ 42 ຄົນ (ຊຸມຊົນ) ແລະ ແຂວງເຊກອງ 41 ຄົນ (ຊຸມຊົນ).
ເສຍຊິວິດໃໝ່ 1 ຄົນ ຈາກນະຄອນຫຼວງ ເສຍຊີວິດສະສົມ 82 ຄົນ

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງຊາວລາວທຸກຄົນຈົງມີສະຕິລະວັງຕົວ ແລະ ມີມາດຕະການປ້ອງກັນໂຄວິດ 19 ໃຫ້ເຂັ້ມງວດ
