ປະກາດຫານາງປານ!ໄປກ້ານຕັກແຕນແລ້ວບໍ່ເຫັນກັບເຮືອນເລີຍ

ປະກາດຫານາງປານ!ໄປກ້ານຕັກແຕນນຳໝູ່6ຄົນ ແຕ່ຄືນວັນພຸດ ຍັງບໍ່ເຫັນໜ້າມາເຮືອນຄອບຄົວເປັນຫວ່ງຫຼາຍ.

ປະກາດຫາຜູ້ຍິງໃນຮູບ ລາວຊື່ປານ ຢູ່ບ້ານຜາຮອມ ເມືອງວັງວຽງ ເປັນຫມູ່ຂ້ອຍເອງເຊິ່ງລາວໄດ້ຫາຍໂຕໄປແຕ່ຄືນວັນພຸດທີ່3/11/2021ມາຈົນຮອດຄືນມື້ນີ້ວັນເສົາທີ່6/11/2021ຍັງບໍ່ເຫັນຫນ້າເຫັນຕາ ບໍ່ຮູ້ໄປຢູ່ໃສ,ຕິດຕໍ່ບໍ່ໄດ້(ທຸກທາງ)ບໍ່ຮູ້ວ່າໃຜເອົາໂຕໄປ,ໄປໃສ,ຢູ່ນຳໃຜ,ເປັນຫລືຕາຍ,ຮ້າຍຫລືດີບໍ່ມີໃຜຮູ້ຂ່າວຄາວເລີຍ

ພໍ່ແມ່,ຫມູ່ຄູ່,ຍາດພີ່ນ້ອງເປັນຫ່ວງລາວຫລາຍ ຖ້າຜູ້ໃດພົບເຫັນຫລືຜູ້ໃດທີ່ຮູ້ຈັກລາວຮູ້ຈັກວ່າລາວຢູ່ໃສຖ້າລາວຍັງສະບາຍດີປອດໄພດີຢູ່ກະບອກໃຫ້ລາວຕິດຕໍ່ຫາຄອບຄົວ,ຫມູ່ຄູ່ຫລືຍາດຕິພີ່ນ້ອງລາວແດ່ຫລືຖ້າໃຜພົບເຫັນລາວຫລືມີເບາະແສແນວໃດກະລຸນາແຈ້ງຫາແດ່

ບໍ່ມີເຈດຕະນາບໍ່ດີຫລືແນວໃດພຽງແຕ່ຄອບຄົວຂອງລາວຢາກໃຫ້ປະກາດຊ່ວຍຕາມຫາໃຫ້ຊື່ໆ ເລື່ອງມີຢູ່ວ່າພາກັນໄປກ້ານຕັກແຕນໄປນຳກັນທັງຫມົດ 6ຄົນ ຜູ້ຊື່ປານລະວ່າໂຄມບໍ່ແຈ້ງແລ້ວຊິກັບໄປເຮືອນໄປປ່ຽນໂຄມລະຊິກ້ານຂຽດຕອບວ່າຊິກັບແຕ່ວ່າບໍ່ຮອດເຮືອນແຕ່ບໍ່ບອກຫມູ່

ຫມູ່ລະພາກັນຂ້າມຮົ້ວອອກໄປກ້ານອີກນາຫນື່ງ ກ້ານໄປດົນເຕີບລາວລະໂທກັບມາຖາມວ່າຢູ່ນາຜູ້ເດີຈິນຳໄປກ້ານນຳກະຖ້າດົນເຕີບກະບໍ່ເຫັນມາ ແຕ່ກະບໍ່ໄດ້ຄິດຫຍັງລະກາພາດຽວກ້ານດົນເຕີບລະກະກັບແຕ່ກະບໍ່ເຫັນຄົນກ້ານແລ້ວເນື່ອງຈາກວ່າ10ໂມງແລ້ວກະພາດຽວກັບເຮືອນໃຜເຮືອນມັນ.

ຕື່ນມາມື້ໃຫມ່ແມ່ລາວກະໄດ້ຍ່າງມາຫາ ນ.ສີ ແຕ່ເຊົ້າລະມາຖາມວ່າແມ່ນປານໄປໃສຄືວ່າບໍ່ກັບເຮືອນແຕ່ມື້ຄືນໄປກ້ານລະບໍ່ເຫັນມາໂທຫາກະບໍ່ໄດ້ຂາດການຕິດຕໍ່ທຸກທາງຈົນຮອດປັດຈຸບັນນີ້ຍັງຕິດຕໍ່ບໍ່ທັນໄດ້

ທີ່ມາ

About admin

Check Also

ປະກາດຕາມຫາຄົນຫາຍຕົວໄປ

ປະກາດຕາມຫາຄົນຫາຍຕົວໄປ ເຊິ່ງຜູ້ກ່ຽວຂຶ້ນໄປເຮັດວຽກຢູ່ວຽງຈັນຍິງ 3ຄົນອາຍຸປະມານ 17 ປີລງມາຕອນນີ້ຕິດຕໍ່ພວກເຂາຍັງບໍ່ໄດ້ເທືອ ເຊິ່ງຜູ້ກຽວ ບ້ານເກີດຜູ້ກຽ່ວ ບ.ໂນນສີວິໄລ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ.ຊ່ວຍແຊຣ໌ຕໍ່ໆໄປໃຫ້ແນ່. ຄັນພົບເຫັນ ໃຫ້ໂທແຈ້ງ ຫາເບີ …

Leave a Reply

Your email address will not be published. Required fields are marked *