ກັກຕົວໄດ້ແລ້ວ ຜູ້ກໍ່ເຫດຈູດກອງເຂົ້າ ປະຊາຊົນ

ທ້າວ ລັດດາ ອາຍຸ 23 ປີ ອາຊີບ ກໍາມະກອນ ຢູ່ບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສັງທອງ ກັກຕົວໃນວັນທີ 3 ພະຈິກ 2021

ຂໍ້ຫາທໍາລາຍຊັບຂອງພົນລະເມືອງ (ຈູດກອງເຂົ້າ) ສ້າງຜົນເສຍຫາຍຈໍໍານວນ 7 ລ້ານກີບ.

ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ໃຫ້ຮູ້ວ່າ: ໃນວັນທີ 28 ຕຸລາ 2021 ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ຮັບລາຍງານ ຈາກອໍານາດການປົກຄອງບ້ານກົ້ວ ວ່າ:

ມີຄົນລັກຈູດກອງເຂົ້າ ປະຊາຊົນ ທີ່ກອງໂຮມໄວ້ ຢູ່ບ້ານດັ່ງກ່າວ ຈິ່ງໄດ້ຈັດຕັ້ງກໍາລັງ ພະແນກຕໍາຫຼວດ ປກສ ເມືອງ ສັງທອງ ລົງສົມທົບກັບ ປກສ ກຸ່ມ ແລະ ອໍານາດການປົກຄອງບ້ານ ລົງເກັບກໍາຂໍ້ມູນ ແລະ ກໍານົດໄດ້ເປົ້າໝາຍຕົກມາຮອດ ວັນທີ 3 ພະຈິກ 2021 ຈິ່ງໄດ້ກັກຕົວທ້າວລັດດາ ມາສອບສວນ.

ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດໃນຄັ້ງນີ້ແທ້ ຍ້ອນມີຄວາມບໍ່ພໍໃຈ ທີ່ເຈົ້າຂອງກອງເຂົ້າບໍ່ຈ່າຍຄ່າແຮງງານ ທີ່ຕົນຮັບຈ້າງກູ້ເຂົ້າໃນມື້ນັ້ນ ເຊິ່ງເຈົ້າຂອງກອງເຂົ້າໄດ້ບອກຕົນວ່າຫຼັກຄ່າທີ່ຕົນຢືມກ່ອນໜ້າໝົດ ຕົນຈິ່ງເກີດຄວາມບໍ່ພໍໃຈ ແລະ ໄດ້ລົງມືກໍ່ເຫດ.

ຕໍ່ກັບຄະດີດັ່ງກ່າວ ກອງບັນຊາການ ປກສ ເມືອງສັງທອງ ຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *