ນ້ຳອັດລົມເປັນເຄື່ອງດື່ມທີ່ແຊບດື່ມແລ້ວສົດຊື່ນຖ້າດື່ທແບບພໍປະມານແຕ່ດື່ມຫຼາຍມັນກໍ່ມີຜົນຂ້າງຄຽງຄືກັນ ມາອ່ານເບິ່ງເຫດຜົນວ່າເປັນຍ້ອນຫຍັງເຮົາຈຶ່ງຄວນຢຸດດື່ມ
- ມີຄວາມສຸກໃນການກິນຫຼາຍຂຶ້ນ
ເພາະປະສາດຮັບລົດດີນ້ຳອັດລົມທີ່ມີນ້ຳຕານຫຼວງຫຼາຍ ທີ່ເຮັດໃຫ້ລົດຂອງອາຫານປ່ຽນແປງໄປໄດ້ຍິ່ງເຈົ້າດື່ມນ້ຳອັດລົມດຸຊ້ຳໃດ ປະສາດການຮັບລົດຊາດຂອງເຈົ້າກໍຈະປ່ຽນໄປຫຼາຍເທົ່ານັ້ນ ດັ່ງນັ້ນທັນທີ່ທີ່ເຈົ້າຢຸດດື່ມນ້ຳອັດລົມ ຜົນທີ່ໄດ້ຄື ປະສາດຮັບລົດຂອງເຈົ້າກໍຈະເປັນປົກກະຕິ ໄດ້ ຮັບລົດຊາດອາຫານແບບຂອງແທ້
- ລຸດຄວາມສ່ຽງການເປັນເບົາຫວານໄດ້ເຖິງ 2 ປະເພດ
ຈາກການສຶກສາຂອງ Diabetes Care ໃນປີ 2010 ຫາກເຈົ້າດື່ມນ້ຳອັດລົມເປັນປະຈຳ ຈະເຮັດໃຫ້ເຈົ້າມີໂອກາດສ່ຽງເປັນເບົາຫວານ 2 ປະເພດໄດ້ເຖິງ 26%ເຖິງຈະດື່ມນ້ຳອັດລົມແບບສຸຂະພາບ ກໍບໍ່ໄດ້ຊ່ວຍໃຫ້ດີຂຶ້ນ ທາງທີ່ດີເຈົ້າຄວນຈະເຊົາດື່ມເລີຍຈຶ່ງດີທີ່ສຸດ
- ໄດເອດ ຫຼຸດນ້ຳໜັກໄດ້ງ່າຍຂຶ້ນ
ຖ້າຢາກຫຼຸດນ້ຳໜັກໄດ້ງ່າຍຂຶ້ນ ເຈົ້າຕ້ອງຕັດນ້ຳອັດລົມອອກໄປຈາກຊີວິດ ນ້ຳໜັກເຈົ້າເຖິງຈະລົງໄດ້ໄວຂຶ້ນເພາະນ້ຳອັດລົມພຽງ 12 ອອນ ມີນ້ຳຕານກວ່າ 39 ກຮາມ ແລະ ມີພະລັງງານກວ່າ 90 ແຄລໍຮີ
- ໝາກໄຂ່ຫຼັງເຮັດວຽກໄດ້ດີຂຶ້ນ
ການເຊົາດື່ມນ້ຳອັດລົມເຮັດໃຫ້ໄຕຂອງເຈົ້າເຮັດວຽກໄດ້ດີ ແຂງແຮງ ແລະ ບໍ່ເສຍງ່າຍ ຍິ່ງເຈົ້າດື່ມຫຼາຍຊ້ຳໃດໝາກໄຂຫຼັງຂອງເຈົ້າກໍເຮັດວຽກໜັກຫຼາຍເທົ່ານັ້ນ
- ຫົວໃຈແຂງແຮງຂຶ້ນ
ຕາມຜົນການສຶກສາຂອງມະຫາວິທະຍາໄລ Harvard ພົບວ່າ ໃນບັນດາເຄື່ອງດື່ມທັງໝົດ ນ້ຳອັດລົມຈະເຮັດໃຫ້ຫົວໃຈຂອງເຈົ້າປ່ວຍໄດ້ຫຼາຍທີ່ສຸດເພາະນ້ຳອັດລົມຈະເພີ່ມຄວາມດັນເລືອດໃນຮ່າງກາຍ
- ແຂ້ວຂາວ ຍິ້ມງາມ
ເພາະກົດຊິດິກນັ້ນຈະທຳລາຍເຄືອບແຂ້ວ ເພີ່ມຄວາມເປັນຫຼຸມໃຫ້ແຂ້ວ ແຖມແຂ້ວເຫຼືອງອີກຖ້າເຈົ້າສາມາດເຊົາດື່ມນ້ຳອັດລົມໄດ້ ນອກຈາກຈະເຮັດໃຫ້ແຂ້ວຂາວຂຶ້ນ ຍິ້ມກໍ່ງາມຂຶ້ນແລ້ວ ເຈົ້າຍັງບໍ່ມີແຂ້ວແມງອີກດ້ວຍ
- ເຈົ້າຈະສະຫຼາດຂຶ້ນ ຄວາມຈຳດີ
ນ້ຳຕານສົ່ງຜົນໂດຍກົງກັບສະໝອງຂອງເຈົ້າ ຖ້າເຈົ້າຍິ່ງດື່ມນ້ຳອັດລົມມາດົນເທົ່າໃດກໍຍິ່ງທຳລາຍສະໝອງຂອງເຈົ້າຫຼາຍເທົ່ານັ້ນທັນທີທີ່ເຊົາດື່ມຈະເຮັດໃຫ້ເຈົ້າໂຟກັດຫຍັງໄດ້ຊັດເຈນຫຼາຍຂຶ້ນ ຈົດຈຳໄດ້ດີຂຶ້ນ
- ເຂົ້າຫ້ອງນ້ຳນ້ອຍລົງ
ນ້ຳອັດລົມ ນັ້ນບໍ່ແມ່ນນ້ຳລ້າໆ ເຮັດໃຫ້ຮ່າງກາຍເຮົາຕ້ອງໝັ່ນນຳຂອງເສຍອອກຈາກຮ່າງກາຍເອີ້ນໄດ້ວ່າ ຍິ່ງເຈົ້າດື່ມນ້ຳອັດລົມຫຼາຍເທົ່າໃດ ເຈົ້າຍິ່ງທຳລາຍກະເພາະຍ່ຽວຂອງເຈົ້າຫຼາຍເທົ່ານັ້ນ
- ພູມຄຸ້ມກັນດີຂຶ້ນ
ນ້ຳອັດລົມ ເຮັດໃຫ້ຄວາມດັນຂອງເຈົ້າສູງຂຶ້ນ ນ້ຳໜັກຂຶ້ນ ປ່ວຍງ່າຍຂຶ້ນຖ້າບໍ່ດື່ມຈະເກີດຫຍັງຂຶ້ນ ກະບໍ່ມີຄວາມດັນ ນ້ຳໜັກລົງ ແຂງແຮງບໍ່ເຈັບປວຍງ່່າຍ
- ມີພະລັງງານເພີ່ມຂຶ້ນ
ຄືກັນກັບກາເຟ ນ້ຳອັດລົມມີກາເຟອີນຄືກັນ ແລະ ກາເຟອີນເຮັດໃຫ້ເຈົ້າເມື່ອຍຫຼາຍຂຶ້ນເຖີງວ່າຈະເຮັດໃຫ້ເຈົ້າຕື່ນຕົວຕະຫຼອດເວລາກໍ່ຕາມ ສູ້ເຈົ້າມາໃຊ້ພະລັງງານຕາມຮ່າງກາຍແບບບໍ່ຕ້ອງຝືນຈະດີກວ່າ
- ກະດູກແຂງແຮງ ບໍ່ຜຸ
ນ້ຳອັດລົມເຮັດໃຫ້ເປັນພະຍາດກະດູກຜຸໄດ້ເພາະ ຜົນການສຶກສາໃນປີ 2104 ພົບວ່າ ການດື່ມນ້ຳອັດລົມນັ້ນມີແນວໂນ້ມສົ່ງຜົນໃຫ້ຜູ້ຍິງໃນໄວໝົດປະຈຳເດືອນມີການແຕກຂອງກະດູກບໍລິເວນແອວເພີ່ມຂຶ້ນເຖິງ 14%
ຍິ່ງອາຍຸຫຼາຍຍິ່ງຕ້ອງລະວັງ ກິນແຄລຊຽມເສີມດ້ວຍຈະດີກວ່າ
- ອາຍຸຍືນຂຶ້ນ
ຂໍ້ດີທີ່ສຸດຂອງການບໍ່ດື່ມນ້ຳອັດລົມຄື ການມີອາຍຸຍືນຍາວຂຶ້ນເມື່ອບັນຫາເລື່ອງພະຍາດຫຼຸດລົງ ເຈົ້າກໍຈະມີເວລາຢູ່ໃນໂລກນີ້ໄດ້ດົນຫຼາຍຂຶ້ນຫຼັງຈາກທີ່ໄດ້ອ່ານແລ້ວ ໃຜທີ່ມັກດື່ມນ້ຳອັດລົມເປັນຊີວິດຈິດໃຈ ເຈົ້າຄວນຈະດື່ມໃຫ້ນ້ອຍລົງ ຫຼື ຖ້າເປັນໄປໄດ້ຖ້າເຈົ້າເຊົາດື່ມໄດ້ຈະເປັນປະໂຫຍດຕໍ່ຮ່າງ ກາຍຂອງເຈົ້າເອງ