ຂ່າວດີ! ໄຟເຊີຜະລິດຢາເມັດຕ້ານໂຄວິດ-19 ສາມາດຫລຸດຜ່ອນຄວາມສ່ຽງເກືອບ 90%
ສຳນັກຂ່າວ ຣອຍເຕີ ໄດ້ລາຍງານໃນວັນທີ 7 ພະຈິກ 2021 ນີ້ວ່າ “ບໍລິສັດ ໄຟເຊີ (Pfizer) ກຽມຍືນເອກະສານຂໍອະນຸມັດການໃຊ້ຢາ ຕ້ານໂຄວິດ-19 ແພກໂລວິດ (Paxlovid) ເຊິ່ງເປັນຢາ ຊະນິດເມັດແບບຮັບປະທານ ຕໍ່ອົງການ ອາຫານ ແລະ ຢາ ຂອງ ສ.ອາເມລິກາ(FDA)
ຫຼັງຈາກ, ຜົນການທົດລອງໄລຍະ 3 ສາມາດ ຫຼຸດຄວາມສ່ຽງ ການເຈັບໜັກ ແລະ ເສຍຊີວິດ ສູງເຖິງ 89% .
ຖ້າຫາກຜ່ານການຮັບຮອງ ຈາກ FDA ແລ້ວ ຈະກາຍເປັນຄວາມຫວັງໃໝ່ ໃນການຄຸ້ມຄອງປະຊາຊົນຈາກຜົນຮ້າຍແຮງທີ່ສຸດຂອງໂຄວິດ-19
