ປະທານສານ ຢືນຢັນຈະເລັ່ງແກ້ໄຂພະນັກງານປະພຶດບໍ່ດີ ເພີ່ມຄວາມເຊື່ອໝັ້ນຕໍ່ສັງຄົມ
#News | ຂ່າວສານປະເທດລາວ ໄດ້ລານງານວ່າ: ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 8 ພະຈິກ 2021, ບັນດາສະມາຊິກສະພາແຫ່ງຊາດ (ສສຊ)
ຫລາຍເຂດເລືອກຕັ້ງ ໄດ້ປະກອບຄໍາເຫັນ ແລະ ໃຫ້ຄວາມສົນໃຈຫຼາຍບັນຫາຕໍ່ບົດລາຍງານຂອງການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ ໃນໄລຍະ 1 ປີຜ່ານມາ ເຊິ່ງປະເດັນສໍາຄັນທີ່ສຸດກໍແມ່ນການແກ້ໄຂບັນ ຫາຈັນຍາບັນ-ຈັນຍາທໍາ ຂອງພະນັກງານຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ,
ຈ່າສານ ລວມທັງພະນັກງານສານຈໍານວນໜຶ່ງ ເຮັດໃຫ້ເກີດມີຫາງສຽງຈາກສັງຄົມຕໍ່ພາບພົດຂອງສານປະຊາຊົນໃນທາງລົບຫລາຍສົມຄວນ.
ຕໍ່ບັນຫານີ້, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ກ່າວວ່າ: ໃນທິດທາງແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້ານີ້,
ສານປະຊາຊົນຈະໄດ້ກໍານົດແຜນການ ແກ້ໄຂທີ່ລົງເລິກບັນຫາລະອຽດ ແລະ ຕໍ່ເນື່ອງ, ພ້ອມທັງ ເພີ່ມທະວີການປະສານສົມທົບກັບສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ-ນະຄອນຫລວງ ແລະ ອົງການປົກຄອງ ໃນແຕ່ລະທ້ອງຖິ່ນຊ່ວຍເອົາໃຈໃສ່ຕິດຕາມກວດກາປະຕິບັດໜ້າທີ່ຂອງພະນັກງານ ແລະ ຄັດຈ້ອນເອົາ ກຸ່ມເປົ້າໝາຍທີ່ມີພຶດຕິກໍາບໍ່ດີ
ມາກ່າວເຕືອນ, ສຶກສາອົບຮົມ, ຍົກຍ້າຍໜ້າທີ່ ແລະ ລົງວິໄນ ທີ່ເຂັ້ມງວດກວ່າເກົ່າ ຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສັງຄົມຫລາຍຂຶ້ນ
ຂໍ້ມູນ: https://bit.ly/3mTVchu