ຂ່າວທົ່ວໄປ
ຫ້າມລົງໂທດປະຫານຊີວິດຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ແລະ ເກີນ 60 ປີ

ອີງຕາມມາດຕາທີ 51 ກ່ຽວກັບໂທດປະຫານຊີວິດ ຂອງໝວດທີ 5 ນີ້ລະບຸໄວ້ວ່າ: ໂທດປະຫານຊີວິດ ແມ່ນມາດຕະການພິເສດຂອງການລົງໂທດທີ່ລົງໃສ່ຜູ້ກະທໍາຜິດໃນສະຖານໜັກເປັນພິເສດຊຶ່ງໄດ້ກໍານົດໄວ້ໃນໂທດປະຫານຊີວິດນີ້ຕາມປະມວນກົດໝາຍ ຍັງມີຂໍ້ຍົກເວັ້ນປະຫານຊີວິດຜູ້ກະທໍາຜິດ ເຊັ່ນ: ບຸກຄົນທີ່ກະທໍາຜິດທີ່ມີອາຍຸຕໍ່າກວ່າ 18
ປີ, ຜູ້ຍິງທີ່ຖືພາ, ແມ່ທີ່ລ້ຽງລູກນ້ອຍອາຍຸຕໍ່າກວ່າ 3 ປີລົງມາ, ຜູ້ທີ່ມີອາຍຸເກີນ 60 ປີຂຶ້ນໄປ ແລະ ຜູ້ພິການທາງສະໝອງໃນເວລາກະທໍາຜິດ ຫຼື ໃນເວລາຕັດສີນ ຫຼື ໃນ
ເວລາປະຕິບັດໂທດ ໂດຍໃຫ້ລົງໂທດຕັດອິດສະລະພາບຕະຫຼອດຊີວິດແທນ ການປະຫານຊີວິດ.ໂທດແມ່ນມາດຕະການບັງຄັບຂອງລັດທີ່ກໍານົດໄວ້ໃນກົດໝາຍອາຍາ, ນໍາໃຊ້ເພື່ອກໍາຈັດສິດ, ຕັດສິນ ແລະ ຜົນປະໂຫຍດຂອງຜູ້ກະທໍາຜິດ.
ຂໍ້ມູນ: ກົດໝາຍລາວ