ທີມງານປົກປ້ອງເດັກນ້ອຍຂັ້ນແຂວງ ແລະ ເມືອງປາກອູ ແກ້ໄຂ ບັນຫາການທໍາຮ້ າ ຍ ຮ່ າ ງ ກາຍເດັກ.
ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຕົ້ນເດືອນພະຈິກ ນີ້, ທີມງານປົກປ້ອງເດັກນ້ອຍຂັ້ນແຂວງ ແລະ ເມືອງປາກອູ ນຳໂດຍ ທ່ານ ນາງ ຄໍາສອນ ດວງມະນີ ວິຊາການຂະແໜງສັງຄົມສົງເຄາະ ຕາງໜ້າພະແນກແຮງງານ ແລະ ສະຫວັດດີ ການສັງຄົມແຂວງ, ທ່ານ ນາງ ເພັດສາຄອນ ຄຸນບຸນເຮືອງ.
ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງປາກອູ ແລະ ທ່ານ ນາງ ດາວອນ ຜະຜົນໄຊ ອໍານວຍການບ້ານຊ່ວຍເຫລືອເດັກນ້ອຍ ເອສ ໂອ ເອສ ຫລວງພະບາງ ແລະ ເຈົ້າໜ້າທີ່ຂັ້ນເມືອງໄດ້ລົງແກ້ໄຂບັນຫາການທຳຮ້າຍຮ່າງກາຍເດັກ ພາຍຫລັງໄດ້ຮັບລາຍງານຈາກ ປະຊາຊົນບ້ານໂພນສະຫວັນ ກ່ຽວກັບບັນຫາລຸງ ທໍາຮ້າຍຮ່າງກາຍ ແລະ ທາລຸນຫລານຂອງຕົນເອງ.
ທ່ານ ວືເຊັງ ຊົງ ນາຍບ້ານໂພນສະຫວັນ ເມືອງປາກອູ ໄດ້ໃຫ້ຮູ້ວ່າ: ໃນວັນທີ 4 ພະຈິກ 2021 ທ້າວ ໄສ້ເຮີ ອາຍຸ 35 ປີ ອາຊີບຫວ່າງງານ ທໍາຮ້າຍຮ່າງກາຍເດັກນ້ອຍ 2 ຄົນ ຊື່ ນາງ ໄນເຮີ ອາຍຸ 6 ປີ ແລະ ທ້າວ ນໍເພຍເຮີ ອາຍຸ 4 ປີ ຢູ່ ບ້ານໂພນສະ ຫວັນ, ເຊິ່ງຜູ້ກ່ຽວທັງສອງເປັນຫລານ ແລະ ໄດ້ມາອາໄສຢູ່ນໍາ ທ້າວ ໄສ້ເຮີ ທີ່ເປັນລຸງ,
ສາເຫດ ຍ້ອນພໍ່ຂອງເດັກນ້ອຍທັງສອງ ຕິ ດ ຍ າ ແລະ ໄປ ລັ ກ ເຄື່ອງຂອງປະຊາຊົນ ຈົນຖືກເຈົ້າໜ້າທີ່ຈັບໄດ້ ແລະ ນຳໄປດຳເນີນຄະດີຕາມລະບຽບກົດໝາຍ, ສ່ວນຜູ້ເປັນແມ່ ໄດ້ຫລົບໜີໄປທາງໃດບໍ່ຮູ້ ແລ້ວປະລູກຂອງຕົນເອງໄວ້ນຳລຸງ ແລະ ລຸງກໍໄດ້ທໍາ ຮ້ າ ຍ ຮ່ າ ງ ກາຍ, ທາລຸນຫລານເປັນປະຈຳ ແລະ ຮຸນແຮງຂຶ້ນເລື້ອຍໆ, ເຊິ່ງຜ່ານມາອົງການຈັດ ຕັ້ງບ້ານ ກໍໄດ້ສຶກສາອົບຮົມ, ຕັກເຕືອນ ແລະ ເຮັດບົດບັນທຶກຫລາຍຄັ້ງ ແຕ່ຍັງເກີດເຫດການຄືເກົ່າ.
ຈາກການສອບຖາມຜູ້ກ່ຽວ(ລຸງ) ໄດ້ຮັບສາລະພາບວ່າ: ຕົນເອງໄດ້ກະທຳຄວາມຜິດແທ້, ສາເຫດຍ້ອນເດັກທັງສອງບໍ່ແມ່ນລູກຂອງຕົນເອງ ບວກກັບຄວາມທຸກຍາກພາຍໃນຄອບຄົວ ຈຶ່ງໄດ້ລົງມືທຳ ຮ້ າ ຍ ເ ດັ ກທັງສອງເປັນປະຈຳ. ຕໍ່ກັບເຫດການດັງກ່າວ, ທີມງານປົກປ້ອງເດັກນ້ອຍຂັ້ນແຂວງ ແລະ ເມືອງ ໄດ້ສົມທົບກັບອົງການຈັດຕັ້ງບ້ານ ນຳເອົາຜູ້ ກ່ຽວມາສຶກສາອົມຮົມ.
, ພ້ອມທັງເຮັດບົດບັນທຶກ ຖ້າຫາກມີການທໍາຮ້າຍຮ່າງກາຍອີກຄັ້ງຕໍ່ໄປ ຈະດໍາເນີນຄະດີຕາມລະບຽບກົດໝາຍ. ພ້ອມກັນນີ້, ທີມງານປົກປ້ອງເດັກນ້ອຍຂັ້ນແຂວງ ແລະ ເມືອງປາກອູ ກໍໄດ້ປຶກສາຫາລື ແລະ ເປັນເອກະພາບກັບອົງການຈັດຕັ້ງບ້ານ ຈະນຳເອົາເດັກນ້ອຍທັງ 2 ຄົນ ມອບໃຫ້ໂຄງການຊ່ວຍເຫລືອເດັກນ້ອຍ ເອສ໌ ໂອ ເອສ໌ ຊາດລາວ ເປັນຜູ້ຄຸ້ມຄອງ, ລ້ຽງດູ ແລະ ເບິ່ງແຍງ ໃນຂັ້ນຕໍ່ໄປ.
ຂ່າວ: ແຫລ້ ສຸລີນພອນ