ສະອອນ ໜຸ່ມຫວຽດນາມໂຄດລວຍໃສ່ຄຳເບື້ອງລະ 2 ກິໂລ ແຖມຍັງຂັບລົດຄຳເຫຼືອງເອື່ອມເຫື່ອມອີກ

ໜຸ່ມຫວຽດນາມໂຄດລວຍໃສ່ຄຳເບື້ອງລະ 2 ກິໂລ ແຖມຍັງຂັບລົດຄຳເຫຼືອງເອື່ອມເຫື່ອມອີກ ງານນີ້ບໍວ່າສາວນ້ອຍສາວໃຫຍ່ເຫັນກໍ່ຢາກຮູ້ຢາກເຫັນຢາກໄດ້ມາເປັນຄູ່ຄອງ(ຖ້າເປັນຂອງແທ້)!

ແນວຄົນມັນລວຍ ຈະເຮັດແນວໃດໄດ້ບໍ່ໂຊຊາດນີ້ຈະໄວ້ໂຊເມື່ອໃດ ຄົນເຮົາຮູ້ແຕ່ມື້ຢູ່ບໍ່ຮູ້ມື້ໄປມີແລ້ວຕ້ອງຈັດໜັກຈັດເຕັມໄປໂລດ ທີ່ກຳລັງວ່ານີ້ຄື ໜຸ່ມນັກທຸລະກິດຫວຽດນາມທີ່ມີຊື່ວ່າ Tran Doc Loi ມີອາຊີບຂາຍກະປອມອາເມລິກາໃຕ້ ເປັນສັດລ້ຽງລຳລັບພວກເສດຖີ ກຳລັງກາຍເປັນທີ່ສົນອົກສົນໃຈຂອງຊາວເນັດຂອງປະເທດຫວຽດນາມ.

ໂດຍປົກກະຕິລາວມິລົດສະນີຍົມໃສ່ຄຳເກືອບ 2 ກິໂລກ່ອນທີ່ຈະອອກຈາກເຮືອນທຸກໆຄັ້ງໂດຍຈະມີສາຍຄໍຮູບມັງກອນ, ແຫວນຄຳ 10 ວົງ, ກອງແຂນຄຳ ແລະ ໂມງຄຳອີກ 1 ເຮືອນ ທັງໝົດນີ້ບໍ່ໄດ້ໃສ່ຫຼີ້ນໆ ແຕ່ໃສ່ເປັນປະຈຳເພາະເຊື່ອວ່າເປັນການເສີມຄວາມເຮັງຕາມຫຼັກຮວງຈຸ້ຍພຸ້ນໄດ.

ນອກຈາກນີ້ລາວຍັງມີລົດ Lexus ອອກເປັນສີຄຳລ້ວນໆ ແລະ ລົດຈັກຄຳອີກ 2 ຄັນເຊີ່ງອ້າງວ່າຫຸ້ມດ້ວຍທອງຄຳແທ້ ແຕ່ຊາວເນັດຍັງບໍ່ພາກັນເຊື່ອຈິ່ງມັກມີຄຳຖາມວ່າຂອງແທ້ໆບໍນີ້ ຫຼື ພຽງເຄືອບໃຫ້ມັນຄື!

ເພາະຖ້າເປັນຄຳແທ້ລາວຄົງບໍ່ກ້າຂັບໄປຈອດໄວ້ບ່ອນອື່ນ ພ້ອມກັນນັ້ນຍັງມີຊາວເນັດບາງຄົນວິຈານວ່າລາວອວດລວຍ ແລະ ເປັນຕົວຢ່າງທີ່ບໍ່ດີໃຫ້ກັບເຍົາວະຊົນ ນັ້ນເປັນຄວາມຄິດຂອງຄົນທີ່ບໍມີລະກັນ ມີແລ້ວຕ້ອງໂຊ

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *