ຂ່າວທົ່ວໄປ

ນັກສຶກສາກົດໝາຍເພດຍິງ ຈໍານວນ 18 ຄົນ ໄດ້ຮັບທຶນຈາກ ສະຖານທູດອາເມຣິກາ

ວັນທີ່ 16 ທັນວາ 2020 ທ່ານທູດປີເຕີ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາກົດໝາຍເພດຍິງ ຈໍານວນ 18 ຄົນ ທີ່ພິທີມອບ-ຮັບທີ່ນະຄອນຫລວງວຽງຈັນ ເພື່ອສຶກສາຕໍ່ຫຼັກສູດຝຶກອົບຮົມວິຊາຊີບ 1 ປີ ທີ່ສະຖາບັນຍຸຕິທໍາແຫ່ງຊາດ.

ທຶນການສຶກສາດັ່ງກ່າວ ສະໜັບສະໜູນໂດຍ ໂຄງການ USAID Legal Aid Support, ໂດຍຈະສະໜັບສະໜູນທາງດ້ານການເງິນແກ່ນັກສຶກສາຍິງເຫຼົ່ານີ້ຕະຫລອດໄລຍະ 1 ປີ ໃນການເຂົ້າຮ່ວມຝຶກອົບຮົມວິຊາຊີບກົດໝາຍທີ່ ສຍຊ, ຊຶ່ງເປັນໜຶ່ງໃນຂໍ້ກໍານົດສໍາລັບຜູ້ທີ່ຈົບການສຶກສາກົດໝາຍທີ່ຕ້ອງການເປັນຜູ້ພິພາກສາ, ທະນາຍຄວາມ ແລະ ພະນັກງານໄອຍະການ. ທ່ານທູດປີເຕີ ກ່າວວ່າ: ແຜນງານນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສະຫະລັດອາເມລິກາ ພາຍໃຕ້ການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເພື່ອຊ່ວຍລັດຖະບານ ສປປ ລາວ ໃນການສ້າງປະເທດໃຫ້ກາຍເປັນ ປະເທດຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ດ້ວຍການຊ່ວຍໃຫ້ປະຊາຊົນລາວເຂົ້າເຖິງຄວາມຍຸຕິທຳໃຫ້ຫຼາຍຂຶ້ນ.

ສະຫະລັດອາເມລິກາ ພາກພູມໃຈທີ່ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍ ເພື່ອກາຍເປັນສະມາຊິກ ອາຊຽນທີ່ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ວັດທະນາຖາວອນ. ພິທີດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ສະໜັບສະຫນູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍ ມູນນິທິເອເຊຍ ເພື່ອສະໜັບສະໜູນໃຫ້ ສປປ ລາວ ກາຍເປັນປະເທດທີ່ຄຸ້ມຄອງດ້ວຍກົດໝາຍໂດຍການຂະຫຍານການເຂົ້າເຖິງກົດໝາຍ ແລະ ພັດທະນະທັກສະຂອງບັນດາແມ່ນ້ອງຍິງໃນຂົງເຂດຍຸຕິທຳ.

Cr: U.S. Embassy Vientiane

Related Articles

Leave a Reply

Your email address will not be published. Required fields are marked *

Back to top button