ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຫະລັດອາເມຣິກາ ໄດ້ເລີ່ມສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ແກ່ປະຊາຊົນ ໃນວັນທີ 15 ທັນວານີ້ ໂດຍເລີ່ມຈາກກຸ່ມສ່ຽງສູງກ່ອນ ເປັນຕົ້ນແມ່ນບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ເບິ່ງແຍງເຮືອພັກຄົນຊະລາ.
ການສັກວັກແຊັງດັ່ງກ່າວ ມີຂຶ້ນພາຍຫຼັງທີ່ສຳນັກງານອາຫານ ແລະ ຢາ ສະຫະລັດອາເມຣິກາ ( FDA ) ໄດ້ອະນຸມັດໃຫ້ນຳໃຊ້ວັກແຊັງປ້ອງກັນໂຄວິດ – 19 ຂອງບໍລິສັດໄຟເຊີ ແລະ ບໍລິສັດໄບໂອເອັນເທັກ ໃນກໍລະນີສຸກເສີນໃນວັນສຸກຜ່ານມາ.
ນອກຈາກນີ້, ທ່ານ ໂຣເບີດ ເຣດຟີລ ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງຊາດ ສະຫະລັດອາເມຣິກາ ( CDC ) ໄດ້ອະນຸມັດໃຫ້ສັກວັກແຊັງດັ່ງກ່າວໃຫ້ແກ່ປະຊາຊົນຊາວອາເມຣິກາ ເລີ່ມແຕ່ວັນທີ 15 ທັນວາເປັນຕົ້ນໄປ.k