ພະຍາກອນອາກາດ ປະຈໍາວັນທີ 28 ມີນາ 2022ເວລາ 7:00 ໂມງ
ບໍລິເວນຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ໄດ້ແພ່ລົງ ມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ
ເຊິ່ງລັກສະນະເຊັ່ນນີ້ ຍັງຈະເຮັດໃຫ້ອາກາດເຢັນລົງໃນແຕ່ລະພາກ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ
-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ):
ອາກາດໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ.
ອຸນຫະພູມໃນ ລະຫວ່າງ 14-28 ອົງສາ.
-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ):
ອາກາດຈະເຢັນລົງເລັກນ້ອຍ ແລະ ຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ.
ອຸນຫະພູມໃນລະຫວ່າງ 18-35 ອົງສາ.
-ນະຄອນຫລວງວຽງຈັນ: ອາກາດຈະເຢັນລົງເລັກນ້ອຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ.
ອຸນຫະພູມໃນລະຫວ່າງ 24-34 ອົງສາ.
-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຈະເຢັນລົງເລັກນ້ອຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ
ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22-34 ອົງສາ.
-ແຂວງໄຊສົມບູນ: ອາກາດໜາວເຢັນ ແລະ ມີຝົນຕົກໃນລະດັບຄ່ອຍ. ອຸນຫະພູມໃນລະຫວ່າງ 14-26 ອົງສາ.
-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຈະເຢັນລົງເລັກນ້ອຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ເກືອບທົ່ວໄປ
ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 23-36 ອົງສາ.
-ເຂດພູພຽງບໍລະເວນ: ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ. ອຸນຫະພູມໃນລະຫວ່າງ 16-28 ອົງສາ.
