ເວລາ 13:30 ຂອງວັນທີ 27 ມີນາ 2022 ນີ້, ຕາມເວລາປະເທດໄທ, ເຮືອລຳໜຶ່ງທີ່ ບັນທຸກນ້ຳມັນດິບ 3.200.000 ລິດ
ທີ່ແລ່ນຕາມແມ່ນ້ຳເຈົ້າພະຍາໄດ້ເກີດເຫດລະ ເບີດໃນເວລາແລ່ນຜ່ານແມ່ນ້ຳຕອນຢູ່ແຂວງສະໝຸດປາການ.

ເຮືອບັນທຸກນ້ຳມັນ ລຳນີ້ເປັນຂອງໄທ, ໃນເຮືອລວມມີ 17 ຄົນ, ເຫດລະເບີດໄດ້ພາໃຫ້ມີຜູ້ເຊຍຊີວິດ 1ຄົນ, ແລະ ບາດເຈັບ4ຄົນ.

ພາຍຫຼັງເກີດເຫດແລ້ວ,ພາກສ່ວນທີ່ກ່ຽວຂ້ອງໄດ້ສົ່ງເຮືອດັບເພີງໄປຊ່ວຍ ກອບກູ້ໃນທັນທີ, ພະນັກງານການແພດໄດ້ສົ່ງຜູ້ບາດເຈັບໄປໂຮງໝໍແລ້ວ.
ທີ່ມາ: Thairath online