ການບັງຄັບຮ່ວມເພດກັບເມຍ ມີຄວາມຜິດທາງອາຍາ ຕາມປະມວນກົດໝາຍອາຍາມາດຕາ 252 ສະບັບປັບປຸງ ປີ 2017

ອີງຕາມປະມວນກົດຫມາຍອາຍາ ສະບັບປີ 2017 ຫມວດທີ 6 ມາດຕາທີ 252 ລະບຸໄວ້ດັ່ງນີ້
ບຸກຄົນໃດຫາກໄດ້ຮ່ວມເພດກັບເມຍຕົນເອງດ້ວຍການໃຊ້ກໍາລັງ ບັງຄັບ, ຂົ່ມຂູ່,
ເຊິ່ງຝືນໃຈຂອງຜູ້ເປັນເມຍ ຫລື ໃນເວລາທີເມຍຢູ່ ໃນສະພາບບໍ່ພ້ອມທີ່ຈະມີເພດສໍາພັນ
ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ປັບໃຫມ ແຕ່ 500.000 ກີບ ຫາ 3.000.000 ກີບ

ໃນກໍລະນີບັງຄັບຮ່ວມເພດທີ່ພາໃຫ້ມີການບາດເຈັບຫນັກຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ປີ ຫາ 5 ປີ ຈະຖືກປັບໃຫມ ່ແຕ່ 1.000.000 ກີບ ຫາ 5.000.000 ກີບ