ໜຸ່ມໄລເດີ້ ໂຊໃບປະລິນຍາ 2 ໃບ ຮຽນຈົບ ດ້ານ ວິສະວະກໍາການບິນ ຫຼັງຖືກດູຖູກບໍ່ມີການສຶກສາ ເຖິງມາຂີ່ລົດສົ່ງອາຫານໄລເດີ້ໜຸ່ມຄົນໜຶ່ງລາຍໜຶ່ງ ໂພສວິດີໂອ ລົງ TikTok ຊື່ @zmaly07 ພ້ອມ ຄໍາບັນຍາຍວ່າ “ສິ່ງຕ່າງໆຈະຍາກໃນຕອນແລກ ແຕ່ສ່ວນທີ່ງ່າຍຈະມານໍາຫຼັງ ໃນຊ່ວງເວລາທີ່ຍາກລໍາບາກ ເຮົາຕ້ອງອົດທົນໃຫ້ໄດ້ກ່ອນ”

ພ້ອມແຊຄຣິບຂະນະກໍາລັງຂີ່ລົດສົ່ງອາຫານທ່າມກາງສາຍຝົນ ແຕ່ກັບກັບມີມືຄີບອດເມັ້ນວ່າ ເຫດຜົທີ່ຕ້ອງມາຂີ່ລົດສົ່ງອາຫານ ກໍເພາະວ່າຕອນຄົນອື່ນຮຽນຢ່າງລໍາບາກ ເຂົາເລືອກຫຼິ້ນ ບໍ່ຮຽນໜັງສື ຕອນນີ້ບໍ່ມີການສຶກສາຕ້ອງມາເຮັດອາຊີບທີ່ຍາກລໍາບາກ ແລະ ມາໂພສຄຣິບຂໍຄວາມເຫັນໃຈ
ເຊິ່ງໄລເດີ້ໜຸ່ມຕອບກັບວ່າ ຕົນເອງຮຽນຈົບມາດີ ແຕ່ໂຊກບໍ່ດີບໍ່ມີງານປະຈໍາ ແລະ ບອກເຈົ້າຂອງຄອມເມັ້ນອະທິຖານເພື່ອຕົນເອງ ຈາກນັ້ນເຂົາກໍສະແດງໃບປະລິນຍາ 2 ໃບ, ໃບໜຶ່ງເປັນປະລິນຍາດ້ານວິສະວະກໍາຊ້ອມບໍາລຸງຍານຍົນ ແລະ ອີກໃບເປັນປະລິນຍາຕີດ້ານວິສະວະກໍາເຄື່ອງກົນອາກາດຍານ

ຢ່າງໃດກໍຕາມມີລາຍງານວ່າເລື່ອງດັ່ງກ່າວເກີດຂຶ້ນທີ່ປະເທດມາເລເຊຍ ເຊິ່ງອາຊີບໄລເດີການເປັນທາງອອກຂອງຫຼາຍໆອາຊີບ ທີ່ໄດ້ຮັບຜົນກະທົບຈາກໂຄວິດ 19 ຫຼາຍຄົນຜັນໂຕມາຂັບລົດສົ່ງອາຫານ ເຮັດໃຫ້ສາມາດດໍາລົງຊີວິດຢູ່ໄດ້ໃນຊ່ວງທີ່ລໍາບາກ

ດັ່ງນັ້ນຈຶ່ງບໍ່ຄວນຕັດສິນຜູ້ອື່ນແຄ່ພາຍນອກ ບໍ່ວ່າເຂົາຈະເປັນໃຜ ຫຼື ເຮັດອາຊີຍຫຍັງ ເພາະເຈົ້າບໍ່ຮູ້ຈັກພູມຫຼັງຂອງພວກເຂົາ ຫຼື ຄວາມລໍາບາກທີ່ເຂົາຜະເຊີນຢູ່