ແຈ້ງການ

ແຈ້ງການເດີ້…! ຫ້າມຂຶ້ນລາຄາສິນຄ້າໃນຊ່ວງສະຫຼອງບຸນປີໃໝ່ນີ້

ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ສະບັບເລກທີ 1991 ລົງວັນທີ 16 ທັນວາ 2020 ເຖິງບັນດາແມ່ຄ້າຊາວຂາວ ເລື່ອງ: ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໃນໄລຍະສະຫຼອງບຸນປີໃໝ່ສາກົນ 2021 ນີ້ຈົນຮອດບຸນປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ.

ໃຫ້ຜູ້ປະກອບການທຸລະກິດ, ຊາວຄ້າຂາຍນຳສິນຄ້າຂອງຕົນມາຈຳໜ່າຍ ໃນລາຄາທີ່ລັດກຳນົດໃຫ້ໂດຍສະເພາະແມ່ນສິນຄ້າປະເພດຄວບຄຸມລາຄາເຊັ່ນ: ເຂົ້າ, ຊີ້ນ, ປາ, ສ່ວນສິນຄ້າປະເພດອື່ນໆ ແມ່ນຂາຍໃນລາຄາປົກກະຕິທີ່ເຄີຍຂາຍໃນໄລຍະຜ່ານມາ, ຫ້າມກັກຕຸນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາຕາມລຳພັງໃຈ.

ລາຄາປະເພດ ຊີ້ນໝູ ປະເພດ1 (ຊີ້ນກ້ອນ ແລະ ກະດູກຂ້າງ) ສູງສຸດບໍ່ໃຫ້ເກີດ 44.000 ກີບ ຕໍ່ກິໂລ ແລະ ລາຄາ ຊີ້ໝູ ປະເພດ 2 (ສາມຊັ້ນ, ຊີ້ນ, ຊີ້ນຕິດມັນ ) ສູງສຸດ ບໍ່ໃຫ້ເກີນ 41.000 ກີບຕໍ່ກິໂລ. ປານິນກະຊັງສູງສຸດບໍ່ໃຫ້ເກີນ 20.000 ກີບຕໍ່ກິໂລ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button