ສາລະໜ້າຮູ້

ຢາກເຊົາສູບຢາ ຕ້ອງອ່ານ !

ເຊົາສູບຢາໄດ້ດ້ວຍການຫຍ້ຳໝາກນາວມີການວິໄຈຄົ້ນພົບວ່າ ໃນວິຕາມິນຊີຈະມີສານທີ່ຊ່ວຍຫຼຸດຄວາມຢາກຂອງນິໂຄຕິນໄດ້ ແລະ ຊ່ວຍຟື້ນຟູຮ່າງກາຍທີ່ຊຸດໂຊມໃຫ້ສົດຊື່ນມີຊີວິດຊີວາ ຈຶ່ງມີການນຳໃຊ້ເພື່ອຊ່ວຍເລີກສູບຢາ ໂດຍເທັກນິກການກິນຫມາກໄມ້ລົດສົ້ມ ທີ່ມີວິຕາມິນຊີສູງ ໂດຍສະເພາະໝາກນາວ ພົບວ່າ ເມື່ອນຳໄປໃຊ້ແລ້ວມີປະສິດທິພາບໄດ້ຜົນດີີຫຼາຍ.

ເນື່ອງຈາກໝາກນາວມີຜົນຕໍ່ການເຮັດວຽກງານຂອງຕ່ອມຮັບລົດຂົມ ເຮັດໃຫ້ລົດຊາດຂອງຢາສູບ ປ່ຽນໄປເຮັດໃຫ້ສູບລົດຢາສູບບໍ່ແຊບ ຂົມ, ເຝື່ອນ, ຈົນບໍ່ຢາກສູບອີກສ່ວນໃຫຍ່ຈະສາມາດເລີກສູບ ຢາໄດ້ພາຍ ໃນ 2 ອາທິດ ແລະ ບໍ່ຢາກສູບອີກ.

ຫັນໝາກນາວເປັນຊິ້ນນ້ອຍໆໃຫ້ມີເປືອກຕິດມາດ້ວຍ ຂະໜາດເທົ່າຫົວໂປ້ມື້ ຫລື ພໍດີຄຳ.

ໃນມື້ນີ້ເຮົາຈະມາສະເໜີວິທີການ ດັ່ງນີ້

ເມື່ອມີຄວາມຮູ້ສຶກຢາກສູບຢາ ໃຫ້ກິນໝາກນາວທີ່ຫັນໄວ້ ໂດຍອົມແລ້ວຄ່ອຍດູດຄວາມສົ້ມ ຈາກນັ້ນຫຍ້ຳເປືອກຢ່າງຊ້າໆ ດົນ 3-5 ນາທີ.

ດື່ມນ້ຳ 1 ກືນ.

ຫຼັງຈາກທີ່ໄດ້ອ່ານກັນແລ້ວ ໃຜທີ່ຕ້ອງການເລີກສູບຢາກໍລອງນຳວິທີການດ້ານເທິງໄປເຮັດຕາມໄດ້ ແຕ່ຂອງທຸກຢ່າງກໍຢູ່ທີ່ໃຈຂອງຜູ້ຕ້ອງການເລີກ ດັ່ງນັ້ນ ໃຈຂອງເຈົ້າຕ້ອງການທີ່ຈະເລີກແທ້ໆດ້ວຍ ເຖິງຈະເປັນຜົນສຳເລັດ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button