ວັນທີ 1 ເມສາ ເຮືອບິນຂອງກອງທັບອາກາດ ສ.ເກົາຫຼີ 2 ລຳ ໄດ້ຕຳກັນຢູ່ກາງອາກາດ ໃນລະຫວ່າງການຝຶກຊ້ອມ, ເຮັດໃຫ້ນັກບິນ ແລະ ຄູ່ຝຶກ ເສຍຊີວິດ 4 ຄົນ ເຫດການດັ່ງກ່າວໄດ້ເກີດຂຶ້ນໃນເວລາ 13:37 ໂມງຕາມເວລາທ້ອງຖິ່ນ.
ສະຖານທີ່ເກີດອຸປະຕິເຫດຢູ່ຫ່າງປະມານ 6 ກິໂລແມັດທາງພາກໃຕ້ຂອງຖານທັບ KT-1 ໃນເມືອງ Sacheon.
ໄດ້ລະດົມເຈົ້າໜ້າທີ່ດັບເພີງ 30 ຄົນ ແລະ ເຈົ້າໜ້າທີ່ກູ້ໄພ ເພື່ອຕິດຕາມຊອກຫານັກບິນ 4 ຄົນຢູ່ບ່ອນເກີດອຸປະຕິເຫດ. .
ເຖິງແມ່ນວ່ານັກບິນ ແລະ ຄູຝຶກພະຍາຍາມດີດໂຕອອກຈາກເຮືອບິນ ຫລັງຈາກເກີດເຫດ ແຕ່ບໍ່ເປັນຜົນ ກອງທັບອາກາດ ສ.ເກົາຫຼີ ກ່າວ ກອງທັບຢືນຢັນວ່າ ບໍ່ມີປະຊາຊົນໄດ້ຮັບບາດເຈັບ ຫຼື ເສຍຊີວິດ.
ແຕ່ໄດ້ແຕ່ງຕັ້ງຄະນະກຳມະການສືບສວນສອບສວນເພື່ອຊອກຫາຕົ້ນຕໍຂອງອຸປະຕິເຫດ.
ລວມທັງການປະເມີນຄວາມເສຍຫາຍຂອງຊຸມຊົນ ບ່ອນທີ່ຊີ້ນສ່ວນເຮືອບິນຕົກໃສ່
ທີ່ມາ: Reuters
