ຂ່າວທົ່ວໄປ
ສົ່ງຕຳຫຼວດ 800 ຄົນເຂົ້າຄວບຄຸມເຫດຈະລາຈົນຊໍ້າ ໃນຄຸກເອກົວດໍ ເສຍຊີວິດ 20 ຄົນ, ບາດເຈັບຫຼາຍສິບຄົນ

AFP ລາຍງານຄວາມຄືບໜ້າໃນວັນທີ 4 ເມສາ 2022 ກ່ຽວກັບການຈະລາຈົນທີ່ສູນກັກກັນຄວາມໝັນຄົງສູງສຸດຂອງຄຸກເອລທູຣີ ໃນເມືອງກູເອງກາ ແຂວງອາຊວຍ ປະເທດເອກົວດໍ ເມື່ອຊ່ວງຕອນສວຍຂອງວັນອາທິດທີ 3 ເມສາ 2022

ພົບວ່າມີຜູ້ເສຍຊີວິດຢ່າງນ້ອຍ 20 ຄົນໃນນີ້ 5 ຄົນຖືກຂ້າຕັດຊີ້ນສ່ວນ ແລະ ອີກຫຼາຍຄົນໄດ້ຮັບບາດເຈັບ ຈົນຕ້ອງໄດ້ົສ່ງຕຳຫຼວດ ແລະ ເຈົ້າໜ້າທີ່ຄວາມໝັນຄົງ 800 ຄົນໄປຍັງສູກກັກກັນດັ່ງກ່າວເພື່ອຄວບຄຸມສະຖານະການຈາກການກວດສອບເບື້ອງຕົ້ນພົບວ່າກ່ຽວຂ້ອງກັບແກ໋ງອາດສະຍາກຳ

ພ້ອມທັງຢືນຢັນວ່າບໍ່ມີນັກໂທດຫຼົບໜີ ແຕ່ເພື່ອຄວາມປອດໄພຕ້ອງຍ້າຍນັກໂທດຈຳນວນ 90 ຄົນໄປຍັງຄຸກແຫ່ງອື່ນແທນ
