ອີລອກພູຈັດເປັນພືດລົ້ມລຸກ. ມີຫົວໃຕ້ດິນເກັບສະສົມອາຫານ, ສີນ້ຳຕານ, ລຳຕົ້ນເປັນກ້ານຍາວຕັ້ງຊື່, ຮູບກົມ, ຍາວ 0.6-1.3 ມ, ສີຂຽວອ່ອນ ແລະ ສີນ້ຳຕານແດງ, ມີລາຍ ຫຼື ມີຈຸດດຳ.

ເປັນອາຫານ: ກ້ານດອກ ແລະ ກ້ານໃບນິຍົມນຳມາແຕ່ງເປັນອາຫານ.

ສັບພະຄຸນ: ຫົວ ມີສັບພະຄຸນລົດນ້ຳຕານໃນເລືອດ, ຊ່ວຍລົດການດູດຊືມນ້ຳຕານຈາກທາງເດີນອາຫານ, ລົດຄໍເຣດສເຕີຣໍ, ລົດນ້ຳໜັກ, ເປັນຢາກັດສຽມຫະ, ແກ້ອາການຈຸກສຽບໃນທ້ອງ ແລະ ໃຊ້ເປັນຢາຟອກກັດຝີ, ໜອງ.
