ແພດເຕືອນ! ໄພຈາກຢາຄຸມ ກິນເກີນ 5 ປີ ສ່ຽງຕໍ່ການເປັນມະເຮັງ

ຜູ້ສື່ຂ່າວຝັ່ງໄທລາຍງານວ່າ ເພຈເຟສບຸກ Umaad Aegem ໂພສ ເຕືອນໄພຈາກຢາເມັດຄຸມກຳເນີດ ການໃຊ້ຢາເມັດຄຸມກຳເນິດເປັນໄລຍະເວລາດົນໆ (ຫຼາຍກວ່າ 5 ປີ) ນອກຈາກຈະສ່ຽງກັບມະເຮັງເຕົ້ານົມແລ້ວ ຍັງສ່ຽງກັບການເກິດເນື້ອງອກໃນຕັບ (Hepatic Adenoma) ຊຶ່ງສາມາດກາຍໄປເປັນມະເຮັງຕັບໄດ້ (Hepatocellular Carcinoma)

ຄົນເຈັບລາຍນີ້ເປັນຜູ້ຍິງອາຍຸ 38 ປີ ໃຊ້ຢາເມັດຄຸມກຳເນີດມາຫຼາຍກວ່າ 10 ປີ ຫຼຸດການໃຊ້ຢາໄປແລ້ວປີກວ່າໆ ມາພົບແພດດ້ວຍອາການເຈັບທ້ອງ ເຮັດ CT scan ພົບເນື້ອງອກໃນຕັບ ຂະໜາດ 7 ຊມ.

ຮັກສາໂດຍການຜ່າຕັດຕັບບາງສ່ວນໂດຍວິທີຜ່າຕັດຜ່ານກ້ອງ ໄລຍະເວລາຜ່າຕັດປະມານ 3 ຊມ. ເຄິ່ງ ເສຍເລືອດປະມານ 100 ccຂໍ້ມູນເພິ່ມເຕິມຈາກ ສູຕິນຣີແພດ ສະຫຼຸບ ຢາຄຸມແບບເກົ່າແບບລະດັບຮໍໂມນສູງ ເພິ່ມ risk ຢາຄຸມແບບໃຫມ່ລະດັບຮໍໂມນຕ່ຳ ກິນໄດ້ເກິນ 5 ປີ ແລະ ຊ່ວຍລົດ risk ການເກີດ ມະເຮັງຮັງໄຂ່ (ca ovary), ມະເຮັງເຍື່ອບຸໂພງມົດລູກ (ca endometrium) ຄົນທີ່ມີ ກ້ອນທີ່ເຕົ້ານົມ (breast mass) , ມະເຮັງເຕົ້ານົມ (ca breast) ບໍ່ແນະນຳ ໃຫ້ປຶກສາແພດ.

ທ່ານໝໍໂພສເພິ່ມເຕີມວ່າ ຢາຄຸມກຳເນີດ ໃຊ້ຕິດຕໍ່ກັນດົນເກິນ 5 ປີ ອ້າງອິງຕາມ evidence ຂອງ WHI ທີ່ເກັບຈຳນວນຄົນເຈັບຫຼາຍສຸດປະມານລ້ານກວ່າຄົນພົບວ່າ ເພິ່ມຄວາມສ່ຽງຂອງການເກິດມະເຮັງເຕົ້ານົມ ແຕ່ເປັນຂໍ້ມູນທີ່ສຶກສາໃນອະດີດ ທີ່ຮໍໂມນໃນຢາຄຸມຍັງຄ່ອນຂ້າງມີລະດັບຮໍໂມນສູງ ແຕ່ຢາຄຸມແບບໃຫມ່ໆໃນປັດຈຸບັນເປັນຢາຄຸມລະດັບຮໍໂມນຕ່ຳ ບໍ່ໄດ້ເພິ່ມຄວາມສ່ຽງ ແນວໃດກໍ່ຕາມຖ້າຄົນເຈັບເປັນມະເຮັງເຕົ້ານົມຢູ່ເກົ່າ ບໍ່ແນະນຳໃຫ້ໃຊ້ຮໍໂມນ ມີໂອກາດກັບເປັນຊ້ຳໄດ້ສູງ.

ນອກຈາກນີ້ຢາຄຸມຍັງຊ່ວຍຫຼຸດຄວາມສ່ຽງການເກີດມະເຮັງຮັງໄຂ່ ແລະ ມະເຮັງເຍື່ອບຸໂພງມົດລູກດ້ວຍ ດັ່ງນັ້ນກາໃຊ້ ຂໍ້ດີຂໍ້ເສຍ ປຶກສາໝໍເບິ່ງກ່ອນກໍໄດ້ຈະໄດ້ຊັ່ງ risk benefit ສ່ວນຢາສີດຄຸມກຳເນີດເປັນຮໍໂມນຕົວດຽວ ມີບາງເປເປີຣ໌ ລາຍງານວ່າພົບ risk ca breast (ມະເຮັງເຕົ້ານົມ) ແຕ່ຂໍ້ມູນຍັງຄ່ອນຂ້າງນ້ອຍ ແລະ ສ່ວນໃຫຍ່ເປັນ observation study ຄວາມໜ້າເຊື່ອຖືບໍ່ຫຼາຍ.

About admin

Check Also

ເລື່ອງກ້ວຍໆ 7 ເຫດຜົນ​ດີ​ໆ​ ທີ່​ຄວນ​ກີນ​ກ້ວຍ​ໃນ​ຕອນ​ເຊົ້າ​ທຸກມື້

1. ກ້ວຍ​ ເພີ່ມ​ແມັມ​ໂມ​ຮີ່​ ບຳ​ລຸງ​ສະໝອງ​ ໃນອັງກິດມີເດັກນັກຮຽນ 200 ຄົນ​ ຢາກ​ຈະ​ເພີ່ມ​ພະລັງ​ໃຫ້​ແກ່​ສະໝອງ​ເພື່ອ​ຊ່ວຍ​ໃນການ​ສອບ ເສັງ​ ໃນ​ລະຫວ່າງ​ພາກ​ຮຽນ​ ພວກເຂົາ​ໄດ້​ກິນ​ກ້ວຍ​ທີ່​ເໝາະ​ສົມ​ທຸກ​ມື້​ໃນ​ອາຫານ​ເຊົ້າ​ ອາຫານ​ກາງ​ເວັນ ​ແລະ ​ອາຫານ​ແລງ. ຈາກການວິໄຈສະແດງໃຫ້ເຫັນວ່າກ້ວຍມີໂພແທັກຊ​ຊຽມ​ສູງ​ …

Leave a Reply

Your email address will not be published. Required fields are marked *