ຂ່າວທົ່ວໄປ
ຕະຫຼອດໄລຍະ 30ປີ ລາວ ມີຜູ້ຕິດເຊື້ອເກືອບ 15 ພັນຄົນ

ທ່ານ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດສ໌ ກ່າວໃນພິທີສະເຫຼີມສະຫຼອງວັນສາກົນຕ້ານເອດສ໌ ປະຈຳປີ 2020 ຂຶ້ນວັນທີ 22 ທັນວາ 2020 ໃຫ້ຮູ້ວ່າ: ສປປ ລາວ ການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານເຊື້ອ HIV ພາຍາດເອດສ໌ ແລະ ພຕພ ອີງຕາມຕົວເລກແຕ່ປີ 1990-ເດືອນກັນຍາ 2020 ມີຜູ້ຕິດເຊື້ອ HIV 14.915 ຄົນ.
ເປັນພະຍາດເອດສ໌ 6.014 ຄົນ ແລະ ເສຍຊີວິດ 4.801 ຄົນ ມີຜູ້ລົງທະບຽນກິນຢາ 12.860 ຄົນ ແລະ ມີໜ້າກິນຢາ 7.920 ຄົນ ເຊິ່ງການຕິດເຊື້ອສ່ວນຫຼາຍແມ່ນທາງເພດສຳພັນ ໂດຍກຸ່ມປະກອນທີ່ມີຄວາມສ່ຽງສູງຄື: ກຸ່ມສາວບໍລິການ ຊາຍມີເພດສຳພັນກັບຊາຍ (ຊພຊ) ກຸ່ມສັກຢາເສບຕິດເຂົ້າທາງເສັ້ນເລືອດ ຮອດປີ 2020 ອັດຕາການຕິດເຊື້ອ HIV ໃນກຸ່ມປະຊາກອນທົ່ວໄປ ອາຍຸ 15-49 ປີ ເທົ່າກັບ 0,3% ສາວບໍລິການ 1% ຊພຊ 2,5% ແລະ ກະເທີຍ 3,3%.
