ຂ່າວທົ່ວໄປ

ເມືອງຕົ້ນເຜິ້ງ ຢຸດຕິການຕັ້ງດ່ານ ຫ້າມການເຂົ້າ-ອອກແລ້ວ

ຢ່າງໃດກໍຕາມ ເພື່ອຢັ້ງຢືນວ່າເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ບໍ່ມີການຕິດເຊື້ອໃນຊຸມຊົນ ແລະ ປະຕິບັດຕາມການແນະນໍາຂອງອົງການອະນາໄມໂລກແມ່ນ ຍັງຕ້ອງສືບຕໍ່ ເກັບຕົວຢ່າງ ກັບພະນັກແພດ-ພະຍາບານ ທີ່ເຮັດວຽກບໍລິການຮັບຕ້ອນຄົນເຈັບຢູ່ໂຮງໝໍ ເມືອງ ຕົ້ນເຜິ້ງ ແລະ ໂຮງໝໍແຂວງ, ຄົນເຈັບທີ່ມີອາການຄ້າຍຄືພະຍາດໂຄວິດ-19 ເກັບຕົວຢ່າງສົ່ງກວດທຸກໆມື້ຈົນຮອດວັນທີ 28 ທັນວາ 2020;

ສໍາລັບເປົ້າໝາຍທີ່ສົງໄສວ່າມີຄວາມສ່ຽງສູງ ແມ່ນຈະໄດ້ເກັບຜູ້ໜຶ່ງ 3 ຄັ້ງ. ປະຈຸບັນ ພວກເຮົາພວມເກັບຕົວຢ່າງແຮງງານຈີນ ຄົນທີ່ເຂົ້າມາເຮັດວຽກຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ທີ່ຕ້ອງການຈະກັບປະເທດຂອງຕົນອີກ ຈໍານວນ 202 ຕົວຢ່າງ, ແລະ ຖ້າມີກໍລະນີຕິດເຊື້ອໂດຍຈາກການນໍາເຂົ້າແຮງງານຕ່າງປະເທດ ຫຼື ການຕິດເຊື້ອໃນຊຸມຊົນເອງ ພວກເຮົາຈະໄດ້ພິຈາລະນາປິດເມືອງຄືນອີກຕື່ມ, ທ່ານ ດຣ ຄໍາຜະຫຍາ ພົມປັນຍາ ກ່າວ.

ແຂວງບໍ່ແກ້ວ ໄດ້ເກັບຕົວຢ່າງກຸ່ມສ່ຽງທີ່ມີການພົວພັນສຳພັດກັບຄົນຈີນທີ່ຢັ້ງຢືນຕິດເຊື້ອໂຄວິດ-19 ເພື່ອກວດວິເຄາະຫາເຊື້ອທັງໝົດ 425 ຕົວຢ່າງ ໃຫ້ຜົນລົບທັງໝົດ;

ມາຮອດປະຈຸບັນ ໄດ້ປະຕິບັດທຸກ ມາດຕະການຢ່າງເຂັ້ມງວດ ກາຍ 14 ວັນແລ້ວ. ດັ່ງນັ້ນ ຈຶ່ງພິຈາລະນາເຫັນດີ ຢຸດຕິການຕັ້ງດ່ານຫ້າມການເຂົ້າ-ອອກ ພາຍໃນເມືອງຕົ້ນເຜີ້ງ ແລະ ລະຫວ່າງ ເມືອງຕົ້ນເຜີ້ງ ຫາ ແຂວງບໍ່ແກ້ວ. ທ່ານ ດຣ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ,ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ ໂຄວິດ-19 ໄດ້ຊີ້ແຈ້ງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ຊຸດທີ I ແຂວງບໍ່ແກ້ວ.

ໃນວັນທີ 24 ທັນວາ 2020 ກ່ຽວກັບສະພາບການປິດ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ສະພາບການເຝົ້າລະວັງພະຍາດ ປ້ອງກັນແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ວັນທີ 3 – 23 ທັນວາ 2020 ວ່າ: ຈໍານວນ 20 ວັນທີ່ພວກເຮົາໄດ້ມີປິດການ ເຂົ້າ-ອອກ ເມືອງຕົ້ນເຜິ້ງ ຊົ່ວຄາວ ດ້ວຍເຫດຜົນວ່າມີຄົນຈີນ 2 ຄົນທີ່ໄດ້ຮັບການຢັ້ງຢືນຈາກ ສປຈີນ ໄດ້ຕິດເຊື້ອພະຍາດ ໂຄວິດ-19 ລັກລອບຈາກສະຫະພາບມຽນມາ ເຂົ້າ ສປຈີນ ໂດຍຜ່ານແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ ສະເພາະຢູ່ແຂວງບໍ່ແກ້ວນັບຕັ້ງແຕ່ວັນທີ 24 – 27 ພະຈິກ 2020 ທັງສອງຄົນໄດ້ອາໄສຢູ່ໃນເມືອງຕົ້ນເຜີ້ງ.

ເພື່ອເປັນການປ້ອງກັນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ໃນເມືອງຕົ້ນເຜີ້ງ ມາຮອດວັນທີ 4 ທັນວາ 2020 ຄະນະສະເພາະກິດຂັ້ນແຂວງ ຈຶ່ງອອກຄຳສັ່ງປິດການ ເຂົ້າ-ອອກ ເມືອງຕົ້ນເຜິ້ງເປັນການຊົ່ວຄາວ ເພື່ອກວດກາການເຂົ້າ-ອອກເມືອງ ແລະ ສືບຄົ້ນຫາຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ເພື່ອເກັບຕົວຢ່າງໄປກວດຊອກຫາເຊື້ອ.

ຕະຫຼອດໄລຍະເວລາຂອງການປິດເມືອງຕົ້ນເຜິ້ງ ຄະນະສະເພາະກິດຂັ້ນແຂວງ ແລະ ຄະນະສະເພາະກິດເມືອງຕົ້ນເຜິ້ງ ຫຼາຍຂະແໜງການໄດ້ເອົາໃຈໃສ່ປະຕິບັດມາດຕະການຕາມບົດບາດໜ້າທີ່ຂອງຕົນຢ່າງເຂັ້ມງວດ, ເພື່ອເປັນການຢັ້ງຢືນວ່າເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ບໍ່ມີການຕິດເຊື້ອຢູ່ໃນຊຸມຊົນ.

ຕະຫຼອດໄລຍະ 20 ວັນທີ່ຜ່ານມາໄປຄຽງຄູ່ກັບການຕັ້ງດ່ານປິດເມືອງຕົ້ນເຜິ້ງ ຫ້າມບໍ່ໃຫ້ຄົນເຂົ້າ-ອອກເມືອງ, ປິດກິດຈະການບໍລິການບ້ານພັກ-ໂຮງແຮມ, ຮ້ານອາຫານ ຮ້ານຄາລາໂອໂກະ, ຮ້ານບັນເທິງ ແລະ ປິດໂຮງຮຽນເປັນການຊົ່ວຄາວນັ້ນ.

ພວກເຮົາໄດ້ເກັບຕົວຢ່າງຈາກຜູ້ສົງໄສວ່າສໍາພັດ ແລະ ຄົນໃນຄອບຄົວ ທັງຄົນລາວ ແລະ ຄົນຈີນ ທີ່ອາໄສຢູ່ໃນພື້ນທີ່ເປົ້າໝາຍທີ່ມີຄວາມສ່ຽງ ເກັບຄັ້ງທີ 1 ຄືວັນທີ 5 ທັນວາ 23 ຄົນ ໄດ້ຮັບຜົນລົບໃນວັນທີ 8 ທັນວາ 2020, ເກັບຄືນຄັ້ງທີ 2 ຈໍານວນ 15 ຄົນໄດ້ຮັບຜົນລົບໃນວັນທີ 14 ທັນວາ 2020, ເກັບຈາກເຈົ້າຂອງລົດ ແລະ ເຮືອ ທີ່ສົງໄສວ່າໄດ້ສໍາພັດກັບຜູ້ຕິດເຊື້ອຈາກ 19 ບ້ານ ຈໍານວນ 296 ຕົວຢ່າງ ແລະ ໃຫ້ຜົນລົບທັງໝົດ.

ເກັບຈາກແຮງງານທີ່ເຮັດວຽກຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຈໍານວນ 37 ຕົວຢ່າງ ໃຫ້ເປັນລົບທັງໝົດ; ເກັບຈາກກໍາມະກອນ, ປະຊາຊົນ ຢູ່ເຂດສ່ຽງ 10 ຕົວຢ່າງ ຜົນກວດໃຫ້ຜົນລົບທັງໝົດ; ເກັບຈາກຜູ້ມີອາການໄຂ້, ໄອ ແລະ ຈາກແພດ, ພະຍາບານໃນໂຮງໝໍເມືອງຕົ້ນເຜິ້ງ ຈໍານວນ 44 ຕົວຢ່າງເປັນຜົນລົບທັງໝົດ.

ສັງລວມແລ້ວຈໍານວນຕົວຢ່າງທີ່ໄດ້ເກັບທັງໝົດ 425 ຕົວຢ່າງ ໄດ້ຜົນແລ້ວ 425 ຕົວຢ່າງ ໃຫ້ຜົນລົບທັງໝົດ; ນີ້ແມ່ນຂໍ້ມູນທີ່ທາງຄະນະສະເພາະກິດແຂວງບໍ່ແກ້ວ ຢັ້ງຢືນວ່າ ຢູ່ແຂວງບໍ່ແກ້ວ ໂດຍສະເພາະເມືອງຕົ້ນເຜິ້ງ ຍັງບໍ່ມີກໍລະນີຜູ້ຕິດເຊື້ອ ໂຄວິດ-19, ທ່ານ ດຣ ຄໍາຜະຫຍາ ພົມປັນຍາ.

ມາຮອດປັດຈຸບັນ ພວກເຮົາໄດ້ປະຕິບັດທຸກ ມາດຕະການຢ່າງເຂັ້ມງວດນີ້ ແມ່ນກາຍ 14 ວັນ ແລ້ວ; ດ້ວຍຄວາມຈໍາເປັນໃນການອໍານວຍຄວາມສະດວກໃຫ້ ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃນການເດີນທາງເພື່ອປະຕິບັດພາລາກິດຂອງຕົນ, ເພື່ອຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ ຄະນະສະເພາະກິດຂອງແຂວງ ຈຶ່ງພິຈາລະນາເຫັນດີ ຢຸດຕິການຕັ້ງດ່ານຫ້າມການເຂົ້າ-ອອກ ພາຍໃນເມືອງຕົ້ນເຜິ້ງ ແລະ ລະຫວ່າງ ເມືອງຕົ້ນເຜິ້ງ ຫາ ແຂວງບໍ່ແກ້ວ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button