ຂ່າວຕ່າງປະເທດ
ຈີນເຮັດຮົ້ວເຫຼັກໜາມຍາວກວ່າ 2ພັນ ກິໂລແມັດ ເພື່ອປ້ອງກັນໂຄວິດ ຈາກມຽນມາ

ທາງສື່ The Lrrawaddy ໄດ້ລາຍງນວ່າທາງປະເທດຈີນໄດ້ທຳການຕັ້ງຮົ້ວລວດໜາມທີ່ມີຄວາມສູງ3ແມັດ ບໍລິເວນເມືອງຫວັນຕິງແລະເມືອງຮຸ່ຍລີ ໂດຍທັງສອງເມືອງນີ້ຕັ້ງຢູ່.

ລະຫວ່າງພົມແດນມັນທົນຢູນານຂອງຈີນແລະລັດສານຂອງມຽນມາ.ທາງການຈີນໄດ້ອອກມາເຜີຍວ່າຮົ້ວດັ່ງກ່າວຖືກສ້າງຂຶ້ນເພື່ອປ້ອງກັນບໍ່ໃຫ້ເກີດມີການສັນຈອນຂອງຜູ້ທີ່ມີ

ເຊື້ອໂຄວິດ-19ສູ່ປະເທດຈີນແລະຍັງເປັນການສະກັດການລັກລອບຂົນຄົນເຂົ້າເມືອງແລະແຮງງານຕ່າງດ້າວອີກດ້ວຍ.ເຊິ່ງໃນປະຈຸບັນມຽນມາມີຈຳນວນຜູ້ຕິດເຊື້ອໂຄວິດຢູ່

ປະມານ 120,0000ຄົນ ແລະ ເສຍຊີວິດ 2,532ຄົນ ໂດຍທາງການຈີນຢ້ານວ່າການແຜ່ລະບາດຂອງເຊື້ອໂຄວິດຈະເຂົ້າມາລະບາດໃນປະເທດຂອງຕົນເອງອີກເທື່ອ.ນອກຈາກຈະກັນຊາວມຽນມາເຂົ້າປະເທດແລ້ວຍັງສະກັດກັ້ນຄົນຈີນທີ່ມັກລັກລອບເຂົ້າໄປຫຼິ້ນການພະນັນໃນພື້ນທີ່ຂອງປະເທດມຽນມາອີກດ້ວຍ