ຂໍ້ຫ້າມ ແລະ ມາດຕະການຜ່ອນຜັນ ໃນພິທີຈູດບັ້ງໄຟ ຖວາຍທາດນາງສາມຜິວ ປະຈຳປີ 2022
#News | ໃນງານຈຸດບັ້ງໄຟຖວາຍທາດນາງສາມຜິວ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ປພຈຳປີ 2022
ແມ່ນຈະໄດ້ຈັດຂຶ້ນໃນວັນທີ 23 ເມສາ 2022 ງານດັ່ງກ່າວ ແມ່ນໃຫ້ຈັດແບບປະເພນີ ເຊິ່ງລາຍລະອຽດມີດັ່ງນີ້: ອານຸຍາດໃຫ້ປະຊາຊົນ ແລະ ຜູ້ປະກອບການຂາຍເຄື່ອງປະເພດຕ່າງໆ ເຊັ່ນ: ອາຫານ, ເຝີ, ເຂົ້າ ປຽກ, ເຂົ້າປຸ້ນ, ຮ້ານຕຳຕ່າງໆ ທີ່ບໍ່ມີທາດເຫຼົ້າ ແລະ ສິ່ງມືນເມົາ ແລະ ອານຸຍາດໃຫ້ມີເຄື່ອງຂະຫຍາຍສຽງ ຢູ່ໂຕະນໍ້າອົບ,
ນໍ້າຫອມ ຂອງເຖົ້າແກ່ແນວໂຮມເທົ່ານັ້ນ ພ້ອມກັບປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໃນພິທີຕັກບາດຢູ່ສະຖານທີ່ເດີ່ນທາດ ນາງສາມຜິວ ແລະ ມື້ຈຸດບັ້ງໄຟຖວາຍທາດນາງສາມຜິວ ໃຫ້ເຮັດຕາມຮີດຄອງປະເພນີສຳລັບຂໍ້ຫ້າມ ແມ່ນຫ້າມບໍ່ໃຫ້ປະຊາຊົນ,
ຜູ້ປະກອບການຈັດງານຫາລາຍໄດ້ ແລະ ຈັດກິດຈະກຳມ່ວນຊື່ນ ຢູ່ສະຖານ ທີ່ທາດນາງສາມຜິວ, ຫ້າມນຳເອົາເຫຼົ້າ-ເບຍ, ເຄື່ອງດື່ມສິ່ງຂອງມືນເມົາທຸກປະເພດ ໄປຂາຍຢູ່ບໍລິເວນທາດນາງສາມຜິວ,
ຫ້າມບໍ່ໃຫ້ຜູ້ຫຼິ້ນດໍາ ຂື້ນຈຸດບັ້ງໄຟຫຼາຍຄົນເກີນໄປ ແລະ ປກສ ບໍລິການປະຊາຊົນ ກຸ່ມບ້ານໃຫຍ່ ສົມທົບກັບ ປກສ ບ້ານທາດ ເປັນຜູ້ຕິດຕາມກວດກາຢ່າງເຂັ້ມງວດ.

ອ່ານເພີ່ມເຕີມ: https://bit.ly/3EvhOvN🔍