ສ.ອາເມລິກາ ຈະພົບປະກັບຜູ້ນຳປະເທດສະມາຊິກອາຊຽນ.
ສຳນັກຂ່າວ ເອພີ,ທ່ານ ໂຈ ໄບເດັນ(Joe Biden),ປະທານາທິບໍດີ ສ.ອາເມລິກາ ຈະເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ກັບບັນດາ ຜູ້ນຳ ປະເທດ ສະມາຊິກ ອາຊຽນ ທີ່ນະຄອນຫລວງ ວໍຊີງຕັນ ໃນລະຫວ່າງ ວັນທີ12-13 ພືດສະພານີ້.
ກອງປະຊຸມຄັ້ງນີ້ ຈະເປັນວາລະ ຄົບຮອບ 45 ປີ ແຫ່ງການພົວພັນ ສ.ອາເມລິກາ-ອາຊຽນ ສືບຕໍ່ຈາກ ກອງປະຊຸມທີ່ ທ່ານ ໂຈໄບເດັນ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຜູ້ນຳອາຊຽນ ແລະ ປະເທດ ພັນທະມິດ ເມື່ອເດືອນຕຸລາ
ປີກາຍນີ້ ພ້ອມທັງ ປະກາດ ໃຫ້ການຊ່ວຍເຫລືອ ອາຊຽນ ມູນຄ່າ 102 ລ້ານໂດລາ ສະຫະລັດ ໃນການຕໍ່ສູ້ ກັບພະຍາດ ໂຄວິດ-19 ແລະ ຄວາມໝັ້ນຄົງ
ທາງສຸຂະພາບ ລວມທັງ ການຮັບມື ສະພາວະໂລກຮ້ອນ, ສະໜັບ ສະໜູນ ການຂະຫຍາຍຕົວ ທາງເສດຖະກິດ ແລະ ສ້າງຄວາມເທົ່າທຽມ ທາງແພດ./.
ຮຽບຮຽງຂ່າວໂດຍ:ສະໄຫວ ລາດປາກດີ