ຂ່າວທົ່ວໄປ

ຈັບຄົນລັກລອບຈາກຝັ່ງໄທຈະມາລາວໄດ້ 11​ ຄົນ ກອງຮ້ອຍຊາຍແດນ 243 ກັກຕົວໄດ້ ມື້ປີໃໝ່

ລາຍງານຈາກ ອ້າຍນ້ອງທະຫານ ກ້ອງຮ້ອຍຊາຍແດນ 243 ໃຫ້ຮູ້ວ່າ ໃນວັນທີ 1 ມັງກອນ 2021 ຜ່ານມາ ກອງຮ້ອຍທະຫານຊາຍແດນ 243 ໄດ້ອອກລາດຕະເວນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໄດ້ພົບເຫັນຄົນລັກລອບເຂົ້າເມືອງ (ມາຈາກປະເທດໄທ) ຈໍານວນ 11 ຄົນ.

ດັ່ງນັ້ນ, ທະຫານຊາຍແດນຈືງປະສານງານຫາພາກສ່ວນທີ່ຂ້ອງເພື່ອນໍາເອົາພວກດັ່ງກ່າວໄປກັກຕົວ ຕາມມາດຕະການ ປ້ອງກັນ ໂຄວິດ-19.

ພ້ອມທັງແຈ້ງເຕືອນໃຫ້ ທຸກຄົນ ໂດຍສະເພາະແຮງງານລາວ ທີ່ລັກລອບເຂົ້າເມືອງຜິດກົດໝາຍ ອາດນໍາເອົາເຊື້ອໂຄວິດ-19 ມານໍາ, ຄວນເຂົ້າອອກ ໃຫ້ຖືກຕາມມາດຕະການ ແລະ ເຂົ້າກັກຕົວ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ປະເທດຊາດ. ປ້ອງກັນ ໂຄວິດ-19 ແມ່ນໜ້າທີ່ຂອງທຸກຄົນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button